ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ ອາ​ຊຽນ - ລັດ​ເຊຍ ເລິກ​ເຊິ່ງ​ຂຶ້ນ​ຕື່ມ

Chia sẻ
(VOVWORLD) -ທີ່ກອງປະຊຸມຄັ້ງທີ 19 ຂອງ ຄະນະກຳມະການຮ່ວມມືລວມ ອາຊຽນ - ລັດເຊຍ ຫາກໍຖືກດຳເນີນຜ່ານທາງອອນລາຍ, ບັນດາປະເທດສະມາຊິກ ອາຊຽນ ໄດ້ຕີລາຄາສູງບັນດາໝາກຜົນຮ່ວມມືທີ່ຕັ້ງໜ້າໃນການພົວພັນ ອາຊຽນ - ລັດເຊຍ ໃນໄລຍະຜ່ານມາ. 
ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ ອາ​ຊຽນ - ລັດ​ເຊຍ ເລິກ​ເຊິ່ງ​ຂຶ້ນ​ຕື່ມ - ảnh 1(ພາບປະກອບ: vietnamplus.vn)

ຕາມນັ້ນແລ້ວ, ບັນດາໂຄງການ, ແຜນການຮ່ວມມືລະຫວ່າງສອງຝ່າຍ ໄດ້ປະກອບສ່ວນໜູນຊ່ວຍ ອາຊຽນ ປະຕິບັດບັນດາເປົ້າໝາຍກໍ່ສ້າງປະຊາຄົມ ແລະ ຮັດແຄບຊ່ອງວາງການພັດທະນາ. ໃນສະພາບການໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນ, ອາຊຽນ ແລະ ລັດເຊຍ ເຫັນດີສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫຼາຍກວ່າອີກ, ເອົາໃຈໃສ່ເຖິງບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ເປັນຕົ້ນແມ່ນ ການເມືອງ, ຄວາມໝັ້ນຄົງ, ການຄຸ້ມຄອງໄພທຳມະຊາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່, ການທ່ອງທ່ຽວ, ການປ້ອງກັນ, ສະກັດກັ້ນພະຍາດຕິດຕໍ່…, ປະກອບສ່ວນນຳສອງຝ່າຍຜ່ານຜ່າບັນດາຄວາມຫຍຸ້ງຍາກຂອງໂລກລະບາດ, ຟື້ນຟູ ແລະ ພັດທະນາເສດຖະກິດ. 

ຕອບກັບ