ເພີ່ມ​ພູ​ນ​ຄູນ​ສ້າງ​ໃຫ້ການ​ພ​ົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ລັດ​ເຊຍ ເລິກ​ເຊິ່ງ​ຂຶ້ນ​ຕື່ມ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ

Chia sẻ
(VOVWORLD) -ອາຊຽນ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ລັດເຊຍ.
ເພີ່ມ​ພູ​ນ​ຄູນ​ສ້າງ​ໃຫ້ການ​ພ​ົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ລັດ​ເຊຍ ເລິກ​ເຊິ່ງ​ຂຶ້ນ​ຕື່ມ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ - ảnh 1ກອງປະຊຸມຄັ້ງທີ 19 ຂອງຄະນະກຳມະການຮ່ວມມືລວມ ອາຊຽນ - ລັດເຊຍ (ARJCC) ຖືກຈັດຂຶ້ນຜ່ານທາງອອນລາຍ (ພາບ: VOV)

   ໃນກອງປະຊຸມຄັ້ງທີ 19 ຂອງຄະນະກຳມະການຮ່ວມມືລວມ ອາຊຽນ - ລັດເຊຍ (ARJCC) ທີ່ຖືກຈັດຂຶ້ນຜ່ານທາງອອນລາຍ, ຜູ້ຕາງໜ້າສະຫະພັນ ລັດເຊຍ ຢັ້ງຢືນວ່າ ອາຊຽນ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ລັດເຊຍ, ພ້ອມທັງເນັ້ນໜັກເຖິງເລື່ອງສະໜັບສະໜູນການສ້າງປະຊາຄົມ ອາຊຽນ ແລະ ເພີ່ມທະວີບົດບາດເປັນໃຈກາງໃນໂຄງສ້າງຂອງພາກພື້ນ, ຮ່ວມມືໜູນຊ່ວຍການຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ, ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ ແລະ ຮັດແຄບໄລຍະຫ່າງໃນການພັດທະນາ, ຕັ້ງໜ້າເຂົ້າຮ່ວມບັນດາກົນໄກ ໂດຍ ອາຊຽນ ນຳພາ, ຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງໃນພາກພື້ນ.

        ສອງຝ່າຍຢັ້ງຢືນວ່າ ຕ້ອງເພີ່ມທະວີການສົມທົບກັນໃຫ້ແໜ້ນແຟ້ນເພື່ອຮັບມືກັບໂລກລະບາດໂຄວິດ - 19 ໃຫ້ມີປະສິດທິຜົນ ແລະ ຊຸກຍູ້ການຟື້ນຟູຢ່າງຮອບດ້ານ ແລະ ຍືນຍົງ. ສອງຝ່າຍເຫັນດີສືບຕໍ່ເພີ່ມພູນຄູນສ້າງໃຫ້ສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ອາຊຽນ - ລັດເຊຍ ເລິກເຊິ່ງຂຶ້ນຕື່ມ, ເອົາໃຈໃສ່ເປັນພິເສດເຖິງບັນດາຂົງເຂດ ເຊິ່ງສອງຝ່າຍ ລ້ວນແຕ່ມີຄວາມສົນໃຈ, ໂດຍສະເພາະແມ່ນໃນບັນດາຂົງເຂດ ເຊິ່ງ ລັດເຊຍ ມີທ່າແຮງ ແລະ ອາຊຽນ ມີບຸລິມະສິດ. ໃນຕໍ່ໜ້າ, ສອງຝ່າຍຈະຍູ້ໄວ ແລະ ສ້າງແຜນການດຳເນີນງານຮອບດ້ານ ອາຊຽນ - ລັດເຊຍ 2021 – 2025 ໃຫ້ສຳເລັດໂດຍໄວ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄົບຮອບ  30 ປີ ແລະ ວັນສ້າງຕັ້ງການພົວພັນຄູ່ເຈລະຈາ ອາຊຽນ - ລັດເຊຍ ຄົບຮອບ 25 ປິ (1996 – 2021).

ເຮືອງຈ່າ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ