ເພີ່ມທະວີຄຳໝັ້ນສັນຍາປະຕິບັດສິດທິເດັກ

Chia sẻ
(VOVWORLD) - ກອງປະຊຸມກ່ຽວກັບນະໂຍບາຍພັດທະນາເດັກນ້ອຍຢ່າງຮອບດ້ານແມ່ນມີຄວາມໝາຍພິເສດ, ແມ່ນໂອກາດເພື່ອເພີ່ມທະວີຄຳໝັ້ນສັນຍາປະຕິບັດສິດທິເດັກ. ທ່ານນາງ ໂງທິມິງ ຮອງຫົວໜ້າກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນສັງກັດສະພາແຫ່ງຊາດ ຫວຽດນາມ ໄດ້ແບ່ງປັນກັບວົງການນັກຂ່າວທີ່ການພົບປະສັງສັນກ່ອນທີ່ດຳເນີນກອງປະຊຸມໃນຕອນເຊົ້າວັນທີ 21 ພະຈິກ ຢູ່ ຮ່າໂນ້ຍ.
ເພີ່ມທະວີຄຳໝັ້ນສັນຍາປະຕິບັດສິດທິເດັກ - ảnh 1 (ພາບປະກອບ)

        ກອງປະຊຸມຂັ້ນສູງກ່ຽວກັບນະໂຍບາຍພັດທະນາເດັກນ້ອຍຢ່າງຮອບດ້ານຈະດຳເນີນໃນວັນທີ 23 ພະຈິກ ຈະມາເຖິງ, ກອງປະຊຸມຈະສຸມໃສ່ເຮັດແຈ້ງ 3 ບັນຫາລວມມີ: ນະໂຍບາຍພັດທະນາເດັກນ້ອຍຢ່າງຮອບດ້ານໃນເກນອາຍຸແຕ່ 0 ຫາ 8 ປີ; ສ້າງລະບົບນິຕິກຳ, ນະໂຍບາຍທີ່ກ່ຽວຂ້ອງເຖິງກຸ່ມຊາວໜຸ່ມມີອາຍຸບໍ່ເຖິງກະສຽນແຕ່ 16 ຫາ 18 ປີໃຫ້ສົມບູນແບບ ແລະ ປະສານສົມທົບກັບຄາດໝາຍກ່ຽວກັບການປົກປ້ອງເດັກນ້ອຍ, ປະຕິບັດສິດທິເດັກໃນແຜນການພັດທະນາເສດຖະກິດ - ສັງຄົມ ແລະ ການຈັດແບ່ງງົບປະມານແຫ່ງລັດ.

ຕອບກັບ