ເພີ່ມທະວີການຮ່ວມມືປ້ອງກັນຊາດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ

Chia sẻ
(vovworld) - ​ໃນ​ລະຫວ່າງ​ວັນ​ທີ 15 – 17/03, ທ່ານ​ພ​ົນຕີ ຟາ​ມວັນ​ຢາງ, ​ເສນາ​ທິການ​ໃຫຍ່, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ນຳ​ໜ້າ​ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ກອງທັບ​ປະຊາຊົນ ຫວຽດນາມ ​​ໄປຢ້ຽມຢາມ ສປປ
ເພີ່ມທະວີການຮ່ວມມືປ້ອງກັນຊາດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ - ảnh 1
ທ່ານ​ນາຍົກລັດຖະມົນ​ຕີ​ແຫ່ງ ສປປ ລາວ​ ທອງ​ລຸນ ສີສຸ​ລິດ
ຕ້ອນຮັບ ທ່ານ​ພ​ົນຕີ ຟາ​ມວັນ​ຢາງ

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 15 – 17/03, ທ່ານ​ພ​ົນຕີ ຟາ​ມວັນ​ຢາງ, ​ເສນາ​ທິການ​ໃຫຍ່, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ນຳ​ໜ້າ​ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ກອງທັບ​ປະຊາຊົນ ຫວຽດນາມ ​​ໄປຢ້ຽມຢາມ ສປປ. ລາວ ຢ່າງ​ເປັນ​ທາງ​ການ ຕາມຄຳ​ເຊີນ​ຂອງ​ທ່ານ​ພົນ​ຕີ ສຸ​ວອນ ​ເລືອ​ງບຸນ​ມີ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຫົວໜ້າ​ກົມ​ໃຫຍ່​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ລາວ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ວັນ​ທີ 15/03 ທ່ານ​ນາຍົກລັດຖະມົນ​ຕີ​ແຫ່ງ ສປປ ລາວ​ ທອງ​ລຸນ ສີສຸ​ລິດ ມີ​ການ​ຕ້ອນຮັບ​ຄະນະ. ນະ​ທີ່​ນີ້ ທ່ານ​ນາຍົກລັດຖະມົນຕີ ລາວ ຢືນຢັນ​ວ່າ: ລັດຖະບານ ລາວ ​ແລະ ​​ໃນ​ນາມ​ສ່ວນ​ຕົວ​ນາຍົກລັດຖະມົນຕີ ຈະ​ສ້າງ​ທຸກ​ເງື່ອນ​ໄຂ ​ເພື່ອ​ໃຫ້​ກອງທັບ​ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຢ່າງ​ມີ​ປະສິດທິ​ຜົນ; ສະໜັບສະໜູນ ​ແລ​ະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ໃນ​ນັ້ນ ມີ​ວິ​ສາ​ຫະກິດ​ກອງ​ທັບ​ມາ​ລົງທຶນ​ຢູ່ ລາວ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ. ສ່ວນ​ທ່ານ​ພົນ​ຕີ ຟານ​ວັນ​ຢາງ ​ເນັ້ນ​ໜັກ​ວ່າ ກອງທັບ​ປະຊາຊົນ ຫວຽດນາມ ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ​ກັບກ​ອງທັບ​ປະຊາຊົນ ລາວ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ 2 ຊາດ​ກ່ວາ​ອີກ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ ຄະນະ​ຜູ້​ແທນ​ກອງທັບ​ປະຊາຊົນ ຫວຽດນາມ ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ພົນ​ໂທ ຈັນ​ສະ​ໝອນ ຈັນຍາ​ລາດ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ.

 

ຕອບກັບ