ເພີ່ມທະວີການພົວພັນຮ່ວມມື ລະຫວ່າງສອງສະພາແຫ່ງຊາດຫວຽດນາມ-ລາວ

Chia sẻ
(VOVWORLD) -ຕອນບ່າຍວັນທີ 19 ສິງຫາ, ທີ່ສະພາແຫ່ງຊາດຫວຽດນາມ, ທ່ານຝຸ່ງກວັກຫ໋ຽນ,ຮອງປະທານສະພາແຫ່ງຊາດຫວຽດນາມໄດ້ເຂົ້າຮ່ວມພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວເຊິ່ງນຳໂດຍທ່ານບຸນປອນບຸດຕະນະວົງຮອງປະທານສະພາແຫ່ງຊາດລາວທີ່ພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ.
ເພີ່ມທະວີການພົວພັນຮ່ວມມື ລະຫວ່າງສອງສະພາແຫ່ງຊາດຫວຽດນາມ-ລາວ - ảnh 1ທ່ານຝຸ່ງກວັກຫ໋ຽນ,ຮອງປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານບຸນປອນບຸດຕະນະວົງຮອງປະທານສະພາແຫ່ງຊາດລາວ (ພາບ: quochoi.vn)

ນະທີ່ນີ້, ສອງຝ່າຍໄດ້ເປັນເອກະພາບໃນໄລຍະຈະມາເຖິງ ຈະສືບຕໍ່ສົມທົບກັນຈັດຕັ້ງ ການຢ້ຽມຢາມຂັ້ນສູງລະຫວ່າງການນຳຂັ້ນສູງຂອງສອງສະພາແຫ່ງຊາດ; ຈັດຕັ້ງກອງປະຊຸມສຳມະນາໃນຫົວຂໍ້ວິຊາສະເພາະລະຫວ່າງອົງການວິຊາສະເພາະຂອງສອງສະພາແຫ່ງຊາດ, ຈັດຊຸດບຳລຸງດ້ານວິຊາສະເພາະກ່ຽວກັບວຽກງານການສ້າງນິຕິກຳ; ຝຶກອົບຮົມ, ບຳລຸງສ້າງໃຫ້ແກ່ພະນັກງານ. ສະພາແຫ່ງຊາດສອງປະເທດຈະຄົ້ນຄ້ວາຜັນຂະຫຍາຍສົມທົບກັນສ້າງຕັ້ງຄະນະປະຕິບັດງານຕິດຕາມກວດກາຮ່ວມກ່ຽວກັບການເຄື່ອນໄຫວຂອງບັນດາດ່ານຊາຍແດນສອງປະເທດໂດຍແນໃສ່ການແກ້ໄຂບັນຫາຫຍຸ້ງຍາກ, ປະກອບສ່ວນຊຸກຍູ້ຂໍ້ສະດວກໃນການເພີ່ມວົງເງິນການຄ້າສອງປະເທດ./.

ຕອບກັບ