ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອິນ​ເດຍ

Chia sẻ
(VOVWORLD) -    ວັນທີ 31 ມີນາ 2021, ໄດ້ດຳເນີນກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ - ອິນເດຍ ຄັ້ງທີ 21 ຕາມຮູບການທາງອອນລາຍ.
ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອິນ​ເດຍ - ảnh 1ກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ - ອິນເດຍ ຄັ້ງທີ 21 ຖືກຈັດຂຶ້ນຕາມຮູບການທາງອອນລາຍ 

 ນີ້ແມ່ນກອງປະຊຸມປະຈຳປີ ເພື່ອແນໃສ່ຕີລາຄາສະພາບການຈັດຕັ້ງປະຕິບັດບັນດາການເຄື່ອນໄຫວ ແລະ ໂຄງການຮ່ວມມືໃນຂອບເຂດ ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ. ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

        ກ່າວຄຳເຫັນທີ່ກອງປະຊຸມ, ໃນຖານະເປັນປະທານກຸ່ມຮັບຜິດຊອບສະເພາະ ກ່ຽວກັບຂໍ້ລິເລີ່ມຮ່ວມສຳພັນ ອາຊຽນ (IAI) ປີ 2021, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ຕີລາຄາສູງບັນດາການປະກອບສ່ວນ ແລະ ການໜູນຊ່ວຍຂອງ ອິນເດຍ ໃນການຜັນຂະຫຍາຍແຜນການປະຕິບັດງານ ຂໍ້ລິເລີ່ມຮ່ວມສຳພັນ ອາຊຽນ (IAI) ໄລຍະທີ III (2016 – 2020); ແລະ ສະເໜີ ອິນເດຍ ສືບຕໍ່ໜູນຊ່ວຍ ອາຊຽນ ປະຕິບັດແຜນການປະຕິບັດງານ IAI ໄລຍະທີ IV (2021 – 2025) ທີ່ໄດ້ຮັບການຮັບຮອງເອົາໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ໃນເດືອນພະຈິກ ປີ 2020 ຜ່ານມາ.

ເຮືອງຈ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ


 

ຕອບກັບ