ເປັ​ນ​ເຈົ້າ​ການ​ໃນ​ການ​ຊອກ​ຫາ​ທິດ​ທາງ​ຊຸກ​ຍູ້​ການ​​ພົວພັນ​ດ​້ານເສດ​ຖະ​ກິດ, ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ອາ​ຟະ​ລິ​ກາ​ໃຕ້

Chia sẻ
(VOVWORLD) -     ຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ອາຟະລິກາໃຕ້ ໂດຍ ທ່ານເອກອັກຄະລັດຖະທູດ ຮວ່າງວັນເລີ້ຍ ນຳໜ້າຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ 2 ແຂວງ Eastern Cape ແລະ Western Cape ໃນລະຫວ່າງວັນທີ 22 – 29 ພະຈິກ.
ເປັ​ນ​ເຈົ້າ​ການ​ໃນ​ການ​ຊອກ​ຫາ​ທິດ​ທາງ​ຊຸກ​ຍູ້​ການ​​ພົວພັນ​ດ​້ານເສດ​ຖະ​ກິດ, ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ອາ​ຟະ​ລິ​ກາ​ໃຕ້ - ảnh 1ການເຮັດວຽກລະຫວ່າງຄະນະປະຕິບັດງານສະຖານທູດ ຫວຽດນາມ ກັບ ຫ້ອງການການຄ້າ ແລະ ອຸດສາຫະກຳ Cape,(ພາບ:TTXVN) 

ໃນການເຮັດວຽກກັບ ຫ້ອງການການຄ້າ Nelson Mandela Bay (NMBBC), ແຂວງ Eastern Cape ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳ Cape, ແຂວງ Western Cape, ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນຮ່ວມມືເພື່ອຜົນປະໂຫຍດລວມ ແລະ ຂອງປະຊາຄົມວິສາຫະກິດ, ໜູນຊ່ວຍເຊິ່ງກັນແລະກັນໃນການສະໜອງ, ແລກປ່ຽນຂໍ້ມູນຂ່າວສານດ້ານການຄ້າ ແລະ ການສົ່ງອອກ, ແນະນຳຄູ່ຮ່ວມມື. ທ່ານນາງ Nomkhita Mona, ຜູ້ອຳນວຍການຝ່າຍບໍລິຫານ (CEO) ຂອງ NMBBC ຢັ້ງຢືນວ່າ NMBBC ພ້ອມແລ້ວທີ່ຈະລົງຂ່າວບັນດາຂໍ້ມູນຂ່າວສານກ່ຽວກັບຕະຫຼາດ ແລະ ວິສາຫະກິດຂອງ ຫວຽດນາມ ໃນສື່ສັງຄົມອອນລາຍຂອງອົງການດັ່ງກ່າວ ເພື່ອໃຫ້ປະຊາຄົມວິສາຫະກິດ Nelson Mandela Bay ເວົ້າສະເພາະ ແລະ ອາຟະລິກາໃຕ້ ເວົ້າລວມ ມີເງື່ອນໄຂຊອກຫາຄູ່ຮ່ວມມື.

        ດ້ວຍໝາກຜົນທີ່ບັນລຸໄດ້, ທ່ານເອກອັກຄະລັດຖະທູດ ຮວ່າງວັນເລິ້ຍ ຖືວ່າ ນີ້ແມ່ນພື້ນຖານເພື່ອໃຫ້ສະຖານທູດ ຫັນທິດທາງ ແລະ ລາຍການສົ່ງເສີມການຄ້າໃຫ້ປະກົດຜົນເປັນຈິງ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ທ່ອງທ່ຽວລະຫວ່າງສອງປະເທດໃນປີ 2021 ແລະ ໃນຊຸມປີຕໍ່ໄປ.


ຕອບກັບ