ເປັນຄັ້ງທຳອິດສັນຕະປາປາ Francis I ໄປຢ້ຽມຢາມກຸຍບາ

Chia sẻ
(vovworld) – ສັນຕະປາປາ Francis I, ຫົວໜ້າ​ໂບດ Vatincan ທີ 3 ​ໄດ້​ໄປ​ເຖິງ​ກຸຍ​ບາ ​ໃນ​ຮອບ​ເວລາ 17 ປີຜ່ານມາ, ພາຍ​ຫຼັງການ​ຢ້ຽມຢາມ​ຄັ້ງ​ປະ​ຫວັດ​ສາດ​ຂອງ​ສັນ​ຕະປາປາ John Paul II ​ເມື່ອ​ປີ 1998 ​ແລະ Benedict XVI ​ເມື່ອ​ປີ 2012.
ເປັນຄັ້ງທຳອິດສັນຕະປາປາ Francis I ໄປຢ້ຽມຢາມກຸຍບາ - ảnh 1
ສັນຕະປາປາ Francis I ​​ພົບ​ປະ​ກັບ​ການ​ນຳ Fidel Castro
(ພາບ: AFP)


(vovworld) – ສັນຕະປາປາ Francis I, ຫົວໜ້າ​ໂບດ Vatincan ທີ 3 ​ໄດ້​ໄປ​ເຖິງ​ກຸຍ​ບາ ​ໃນ​ຮອບ​ເວລາ 17 ປີຜ່ານມາ, ພາຍ​ຫຼັງການ​ຢ້ຽມຢາມ​ຄັ້ງ​ປະ​ຫວັດ​ສາດ​ຂອງ​ສັນ​ຕະປາປາ John Paul II ​ເມື່ອ​ປີ 1998 ​ແລະ Benedict XVI ​ເມື່ອ​ປີ 2012. ວັນ​ທີ 20/09, ​ໂຄສົກ​ໂບດ Vatincan, Federico Lombardi ​ແຈ້ງ​ໃຫ້​ຮູ້ວ່າ, ສັນຕະປາປາ Francis I ​ໄດ້​​ໄດ້​ມີ​ການ​ພົບ​ປະ​ກັບ​ການ​ນຳ​ກຸຍ​ບາ Fidel Castro. ການ​ພົບ​ປະ​ນີ້​ນອນ​ໃນ​ຂອບ​ເຂດການ​ຢ້ຽມຢາມ​ປະ​ເທດ​ຢູ່ເກາະ Caribe ​ເປັນ​ຄັ້ງ​ທຳ​ອິດ​ຂອງສັນຕະປາປາ Francis I. ​ໃນ​ການ​ປະຊຸມ​ຂ່າວ​ທີ່​ນະຄອນຫຼວງ ລາ​ຮາ​ວານ, ທ່ານ Federico Lombardi ​ໃຫ້​ຮູ້​ວ່າ, ພາຍຫຼັງ​ພິທີສວດ​ມົນ​ຢູ່ສະໜາມ​ຫຼວງ​ປະຕິວັດ, ສັນຕະປາປາ Francis I ​ໄດ້​ມີ​ການ​ພົບ​ປະ​ກັບ​ການ​ນຳ Fidel Castro. 2 ຝ່າຍ​ໄດ້​ປ​ຶກສາ​ຫາລື​ຫຼາຍ​ບັນຫາ​ຄື ສະພາບ​ການ​ໂລກ​, ບັນ​ຫາ​ສິ່ງ​ແວ​ດລ້ອມ​. ຕໍ່​ຈາກ​ນັ້ນ, ສັນຕະປາປາ Francis I ​ມີ​ການພົບ​ປະກັນ​ທ່ານ​ປະທານ​ກຸຍ​ບາ Raul Castro. ພາຍຫຼັງ​ການ​ເຄື່ອນ​ໄຫ​ວຕ່າງ​ໆຢູ່​ນະຄອນຫຼວງ ລາ​ຮາ​ວານ, ສັນຕະປາປາ Francis I ຈະ​ໄປ​ຢ້ຽມຢາມ​ນະຄອນ Holguin ​ແລະ Santiago de Cuba, ​ເຊິ່ງ​ເປັນ​ອູ່​ແຫ່ງ​ການ​ປະຕິວັດ​ກຸຍ​ບາ.