​ເປັນຄັ້ງ​ທໍາ​ອິດ​ຫວຽດນາມ ມີ​ສື່​ສັງຄົມ​ອອນ​ລາຍ Lotus

Chia sẻ
(VOVWORLD) -ພິທີເປີດຕົວສື່ສັງຄົມອອນລາຍ Lotus ໂດຍບໍລິສັດ ຫຸ້ນສ່ວນ ສື່ສານຫວຽດນາມ ຫຼື (VCCorp) ໄດ້ລົງທຶນພັດທະນານັ້ນ ຖືກຈັດຂຶ້ນໃນຕອນຄໍ່າວັນທີ 16 ກັນຍາ ຢູ່ຮ່າໂນ້ຍ.
​ເປັນຄັ້ງ​ທໍາ​ອິດ​ຫວຽດນາມ ມີ​ສື່​ສັງຄົມ​ອອນ​ລາຍ Lotus - ảnh 1ບັນດາຜູ້ແທນ ແລະ ແຂກຖືກເຊີນທີ່ ພິທີເປີດຕົວ 

 Lotus ແມ່ນສື່ສັງຄົມອອນລາຍທໍາອິດ ຖືກສ້າງຕັ້ງຂຶ້ນຢູ່ຫວຽດນາມ ໂດຍບັນດາວິສະວະກອນເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມ ຜັນຂະຫຍາຍ ແລະ ພັດທະນາຕາມແບບວີທີ ຖືເນື້ອໃນເປັນຈຸດສຸມ. ສື່ສັງຄົມອອນລາຍ Lotus ດ້ວຍເກືອບ 50 format ທີ່ຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນຄື ວີດີໂອບັນເທິງ, blog, ຮູບພາບ, ຄລິບ, ວາລະສານ, ເພງ, ດົນຕີ, ປຶ້ມ... ໄດ້ຊ່ວຍສົ່ງສານບັນດາຮູບແບບເນື້ອໃນທີ່ແຕກຕ່າງກັນໃຫ້ແກ່ຫຼາຍເປົ້າໝາຍຄືນັກຂ່າວ, ຜູ້ຂຽນ blog, ນັກຊ່ຽວຊານ, ຊ່າງພາບ, ວິສາຫະກິດ....

        ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນແມ້ງຫຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເຊື່ອໝັ້ນວ່າ ບໍລິສັດ VCCorp ຈະສົ່ງແຫຼ່ງບັນດານໃຈໃຫ້ແກ່ບັນດາວິສາຫະກິດເຄື່ອນໄຫວໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ປະດິດສ້າງບັນດາຜະລິດຕະພັນເຕັກໂນໂລຢີ ທີ່ພັດທະນາໃນທົ່ວໂລກ, ປະກອບສ່ວນປະຕິບັດເປົ້າໝາຍທີ່ວ່າ ຮອດປີ 2020 ຈໍານວນຜູ້ຫຼີ້ນສື່ສັງຄົມອອນລາຍ ຫວຽດນາມ ຈະທຽບເທົ່າກັບຈໍານວນຜູ້ຫຼີ້ນສື່ສັງຄົມອອນລາຍຂອງຕ່າງປະເທດ.

ຕອບກັບ