ການນຳກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມການເປີດສະຫຼອງ (ພາບ: baodauthau.vn) |
ລະບົດດັ່ງກ່າວແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອແນໃສ່ເພີ່ມທະວີວຽກງານສົມທົບກັນ, ປະຕິບັດງານລະຫວ່າງບັນດາຫົວໜ່ວຍຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ກັບ ບັນດາອົງການຄຸ້ມຄອງລັດ ໃນການປ້ອງກັນ, ຕ້ານສິນຄ້າປອມ, ສິນຄ້າບໍ່ມີຕົ້ນກຳເນີດ, ສິນຄ້າລະເມີດສິດຊັບສິນທາງປັນຍາ.
ເນື່ອງໃນໂອກາດນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ຈັດຕັ້ງພິທີລົງນາມໃນຄຳໝັ້ນສັນຍາ “ບໍ່ມີສິນຄ້າປອມໃນການຄ້າເອເລັກໂຕນິກ” ຄັ້ງທີ 2, ໂດຍມີການເຂົ້າຮ່ວມຂອງ ວິສາຫະກິດ 10 ແຫ່ງ ທີ່ດຳເນີນທຸລະກິດໃນລະບົບຂາຍຍ່ອຍ ແລະ ສະໜອງການບໍລິການໜູນຊ່ວຍ ການຄ້າເອເລັກໂຕນິກ.