ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ໄປຢ້ຽມຢາມ ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ I |
VSIP I - ບີງເຢືອງ ໄດ້ຮັບການສ້າງຕັ້ງເມື່ອປີ 1996 ແລະ ກໍ່ສ້າງສຳເລັດໃນປີ 1997 ດ້ວຍເນື້ອທີ່ 500 ເຮັກຕາ ພ້ອມກັບ ລະບົບຄຸ້ມຄອງ ແລະ ພື້ນຖານໂຄງລ່າງບັນລຸມາດຕະຖານສາກົນ, ກາຍເປັນໜຶ່ງໃນບັນດາເຂດອຸດສາຫະກຳຕົວແບບຂອງ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ຖືວ່າ, ຕ້ອງແຜ່ຂະຫຍາຍ ແລະ ເປີດກ້ວາງຮູບແບບ VSIP ອອກສູ່ບັນດາແຂວງຕາມທິດຊີ້ນຳຂອງທ່ານນາຍົກລັດຖະມົນຕີ. ເຖິງຢ່າງໃດກໍດີ, ໃນຂະບວນວິວັດຜັນຂະຫຍາຍປະຕິບັດຢູ່ທ້ອງຖິ່ນ, ຕ້ອງພິຈາລະນາວ່າໂຄງການໃດສາມາດປະຕິບັດໄດ້ຈຶ່ງເຮັດ.