ເທື່ອທຽນ-ເຫ້ວ ຍູ້ແຮງການຮ່ວມມືກັບແຂວງ ສະຫວັນນະເຂດຂອງ ສປປ ລາວ

Chia sẻ
(VOVWORLD) - ທີ່ການເຮັດວຽກ, ເຈົ້າແຂວງແຂວງ ສະຫວັນນະເຂດ ຫວັງວ່າ, ໄລຍະຈະມາເຖິງ, ສອງທ້ອງຖິ່ນ ຈະສືບຕໍ່ຍູ້ແຮງການຮ່ວມມືໃນທຸກຂົງເຂດ.
ເທື່ອທຽນ-ເຫ້ວ ຍູ້ແຮງການຮ່ວມມືກັບແຂວງ ສະຫວັນນະເຂດຂອງ ສປປ ລາວ - ảnh 1ການເຮັດວຽກລະຫວ່າງສອງຝ່າຍທີ່ແຂວງ ເທື່ອທຽນເຫ້ວ

ຕອນບ່າຍວັນທີ 2 ສິງຫາ, ຄະນະຜູ້ແທນຂັ້ນສູງແຂວງ ສະຫວັນນະເຂດ, ສປປ ລາວ ນຳໂດຍທ່ານ ສັນຕິພາບ ພົມວິຫານ, ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເທື່ອທຽນ-ເຫ້ວ. ທີ່ການເຮັດວຽກ, ເຈົ້າແຂວງແຂວງ ສະຫວັນນະເຂດ ຫວັງວ່າ, ໄລຍະຈະມາເຖິງ, ສອງທ້ອງຖິ່ນ ຈະສືບຕໍ່ຍູ້ແຮງການຮ່ວມມືໃນທຸກຂົງເຂດ.

        ທ່ານເລເຈື່ອງລືວ, ເລຂາພັກແຂວງ ເທື່ອທຽນ-ເຫ້ວ ສະເໜີວ່າ ໄລຍະຈະມາເຖິງ, ສອງແຂວງຄວນສືບຕໍ່ຍູ້ແຮງການຮ່ວມມືກ່ຽວກັບດ້ານການເມືອງ, ການທູດ; ສ້າງເງື່ອນໄຂສະດວກເພື່ອດຶງດູດການລົງທຶນພັດທະນາບັນດາຂົງເຂດທີ່ເປັນທ່າແຮງຂອງສອງທ້ອງຖິ່ນ, ຜ່ານນັ້ນປະກອບສ່ວນສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ຮ່ວມມືຮອບດ້ານລະຫວ່າງສອງແຂວງ ເທື່ອທຽນ - ເຫ້ວ ແລະ ສະຫວັນນະເຂດ ເວົ້າສະເພາະ ແລະ ລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າລວມ.

ຕອບກັບ