ເຊີນ​ລາ ມອບ​ຂໍ້​ຕົກ​ລົງ​ຖື​ສັນ​ຊາດ ຫວຽດ​ນາມ ໃຫ້ ພົນ​ລະ​ເມືອງ​ລ​າວ 123 ຄົນ​

Chia sẻ
(VOVWORLD) -ວັນທີ 10 ຕຸລາ, ເມືອງ ອຽນເຈົາ, ແຂວງ ເຊີນລາ ໄດ້ຈັດຕັ້ງພິທີປະກາດ ແລະ ມອບຂໍ້ຕົກລົງ ຂອງ ປະທານປະເທດ ວ່າດ້ວຍການຖືສັນຊາດ ຫວຽດນາມໃຫ້ພົນລະເມືອງລາວ 123 ຄົນ ທີ່ເຄື່ອນຍ້າຍພູມລຳເນົາແບບ ຊະຊາຍ ແລະ ແຕ່ງງານບໍ່ມີທະບຽນໃນບໍລິເວັນເມືອງ.
ເຊີນ​ລາ ມອບ​ຂໍ້​ຕົກ​ລົງ​ຖື​ສັນ​ຊາດ ຫວຽດ​ນາມ ໃຫ້ ພົນ​ລະ​ເມືອງ​ລ​າວ 123 ຄົນ​ - ảnh 1ພົນລະເມືອງລາວ 123 ຄົນ ທີ່ອົບພະຍົບແບບຊະຊາຍໄດ້ຖືສັນຊາດ ຫວຽດນາມ 

ວັນທີ 8 ກໍລະກົດ 2013, ລັດຖະບານ ສອງປະເທດ ຫວຽດນາມ - ລາວ ໄດ້ລົງນາມຂໍ້ຕົກລົງວ່າດ້ວຍແກ້ໄຂບັນຫາເຄື່ອນຍ້າຍພູມລຳເນົາແບບຊະຊາຍ ແລະ ແຕ່ງງານບໍ່ມີທະບຽນໃນເຂດຊາຍແດນສອງປະເທດ. ຂໍ້ຕົກລົງມີຜົນສັກສິດພາຍໃນ 3 ປີ ( ນັບແຕ່ວັນທີ 14 ພະຈິກ 2013) ແລະ ໄດ້ຕໍ່ກຳນົດເວລາໄປຮອດວັນທີ 14 ພະຈິກ 2019, ດ້ວຍເປົ້າໝາຍແມ່ນແກ້ໄຂຢ່າງເດັດຂາດຕາມລະບຽບຫຼັກການອອກໃບຢັ້ງຢືນຖືສັນຊາດ ແລະ ສຳມະໂນຄົວຢ່າງວ່ອງໄວ ແລະ ກະທັດລັດ ໃຫ້ຜູ້ທີ່ມີເງື່ອນໄຂຢ່າງຄົບຖ້ວນຕາມຂໍ້ຕົກລົງ.

        ຕາມນັ້ນແລ້ວ, ຢູ່ເມືອງອຽນເຈົາ ມີ ພົນລະເມືອງລາວ 123 ຄົນ ທີ່ເຄື່ອນຍ້າຍພູມລຳເນົາແບບຊະຊາຍ ແລະ ແຕ່ງງານບໍ່ມີທະບຽນຢູ່ບັນດາຕາແສງຄື: ຈ່ຽງດົງ, ຊັບວັດ, ເມື່ອງລື້ມ, ຕູ໊ນາງ, ລ໊ອງຟຽງ, ຈ່ຽງເຕືອງ, ຟຽງຂ່ວາຍ, ຈ່ຽງອອນ ໄດ້ຖືສັນຊາດ ຫວຽດນາມ.

ຕອບກັບ