ເຊີດຊູປ່າສະ​ຫງວນມໍລະດົກອາຊຽນໃຫມ່ 4 ແຫ່ງຂອງຫວຽດນາມ

Chia sẻ
(VOVWORLD) -ວັນທີ 10 ທັນວາ ຢູ່ ນະຄອນ ດາລາດ ແຂວງ ເລີມດົງ, ກົມໃຫຍ່ສິ່ງແວດລ້ອມ ສັງກັດກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ສົມທົບກັບສູນຊີວະນາໆພັນ ອາຊຽນ ຈັດຕັ້ງພິທີມອບໃບຢັ້ງຢືນ ແລະ ເຊີດຊູ ປ່າສະຫງວນມໍລະດົກອາຊຽນໃຫມ່ 4 ແຫ່ງຂອງຫວຽດນາມ ທີ່ຫາກໍ່ໄດ້ຮັບການຮັບຮອງ.

ປ່າມໍລະດົກ 4 ແຫ່ງດັ່ງກ່າວ ລວມມີ: ປ່າສະຫງວນແຫ່ງຊາດ Bidoup – ພູບາ ຂື້ນກັບແຂວງ ເລີມດົງ. ປ່າສະຫງວນແຫ່ງຊາດ ຫວູກວາງຕັ້ງຢູ່ກາງປ່າສະຫງວນແຫ່ງຊາດ ປູມາດ ແຂວງ ເງ້ອານ ແລະ  ປ່າສະຫງວນແຫ່ງຊາດ ຟອງຍາ ແກ໋ບາງ ແຂວງ ກວ໋າງບີງ; ປ່າສະຫງວນແຫ່ງຊາດ ລໍ່ກໍ່ ຊາມາດ ຂຶ້ນກັບແຂວງ ໄຕນີງ ແລະ ເຂດອະນຸລັກຮັກສາທຳມະຊາດ ງອກລີງ ຂຶ້ນກັບແຂວງກອນຕູມ. ຜ່ານນັ້ນ ຍົກຍອດຈຳນວນ ປ່າສະຫງວນ ມໍລະດົກ ອາຊຽນ ຂອງຫວຽດນາມ ໃຫ້ຂຶ້ນເຖິງ 10 ແຫ່ງ ນຳຫວຽດນາມກາຍເປັນປະເທດສະມາຊິກ ມີປ່າສະຫງວນມໍລະດົກ ອາຊຽນ ຫລາຍແຫ່ງກວ່າໝູ່ໃນພາກພື້ນ ອາຊຽນ.

ຕອບກັບ