ເຂົ້າສານ ST24 ບັນລຸໄດ້ລາງວັນເຂົ້າ ແຊບລະດັບໂລກ

Chia sẻ
(VOVWORLD) -ໃນຂອບເຂດກອງປະຊຸມເຂົ້າສານໃນໂລກເຊິ່ງໄດ້ຈັດຕັ້ງຢູ່ Manila (ຟີລິບປິນ), ເຂົ້າສານພັນ ST24 ຂອງ ຫວຽດນາມ ເອົາຊະນະພັນເຂົ້າແຊບຫຼາຍຊະນິດເພື່ອຍາດໄດ້ລາງວັນທີ 1 ໃນການແຂ່ງຂັນເຂົ້າສານແຊບລະດັບໂລກ 2019, ເຮັດໃຫ້ເຂົ້າສານຫວຽດນາມ ມີຊື່ສຽງໄປທົ່ວໂລກ
ເຂົ້າສານ ST24 ບັນລຸໄດ້ລາງວັນເຂົ້າ ແຊບລະດັບໂລກ - ảnh 1ຄະນະຜູ້ແທນ ຫວຽດນາມ ຍາດໄດ້ລາງວັນ ເຂົ້າ ແຊບລະດັບໂລກ

ພັນເຂົ້າ ST24 ໂດຍກຸ່ມວິສະວະກອນ ໂຮ່ກວາງກົວ, ປະລິນຍາເອກ ເຈິ່ນເຕິ໊ນເຟືອງ ແລະ ປະລິນຍາໂທ ຫງວຽນທິທູເຮືອງ ຢູ່ແຂວງ ສັອກຈັງ ໄດ້ຄົ້ນຄ້ວາປະສົມພັນ. ໃນປີ 2014ແນວພັນເຂົ້າຊະນິດນີ້ໄດ້ນຳມາຄົ້ນຄ້ວາ ແລະ ຈົນຮອດປີ 2016 ຈຶ່ງເລີ່ມຕົ້ນການປູກທົດລອງ. ນີ້ແມ່ນພັນເຂົ້າປູກໃນໄລຍະສັ້ນ, ມີລັກສະນະຕ້ານທານພະຍາດສູງກ່ວາເມື່ອທຽບໃສ່ກັບບັນດາແນວພັນເຂົ້າທີ່ມີມາແຕ່ດົນ, ສະມັດຕະພາບບັນລຸເຖິງ 7 ໂຕນ/ເຮັກຕາ. ພິເສດ, ແນວພັນເຂົ້າ ST24 ຍັງໄດ້ຖືວ່າແມ່ນແນວພັນທີ່ມີການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

        ກ່ອນໜ້ານັ້ນ, ເຂົ້າ ພັນ ST24 ກໍ່ໄດ້ສ້າງຊື່ສຽງຢູ່ “ກອງປະຊຸມສາກົນຄັ້ງທີ 9 ກ່ຽວກັບການຄ້າເຂົ້າສານ” ເຊິ່ງໄດ້ຈັດຕັ້ງຢູ່ ມາເກົາ ປະເທດຈີນມາແລ້ວເມື່ອໄດ້ເຂົ້າໃນ Top 3 ແນວພັນເຂົ້າແຊບທີ່ສຸດໃນໂລກ ໃນປີ 2017.

ຕອບກັບ