ເຂດບ້າຍຕືຈິ໊ງຢູ່ທະເລຕາເວັນອອກແມ່ນຂຶ້ນກັບອະທິປະໄຕຂອງຫວຽດນາມ

Chia sẻ
(VOVWORLD) -“ເຂດບ້າຍຕືຈິ໊ງ ຢູ່ທະເລຕາເວັນອອກແມ່ນຂຶ້ນກັບອະທິປະໄຕຂອງຫວຽດນາມ. ຈີນ ພວມຕັ້ງໃຈປ່ຽນແປງເຂດທະເລທີ່ບໍ່ມີການຂັດແຍ້ງກັນ ໃຫ້ກາຍເປັນເຂດທີ່ມີການຂັດແຍ້ງກັນ”.
ເຂດບ້າຍຕືຈິ໊ງຢູ່ທະເລຕາເວັນອອກແມ່ນຂຶ້ນກັບອະທິປະໄຕຂອງຫວຽດນາມ - ảnh 1 (ການໂອ້ລົມສົນທະນາວິທະຍາສາດ “ເຂດ ບ້າຍຕືຈິ໊ງ ແລະ ກົດໝາຍສາກົນ”)

ນັ້ນແມ່ນທັດສະນະຂອງບັນດານັກຄົ້ນຄວ້າທີ່ການໂອ້ລົມສົນທະນາວິທະຍາສາດ “ເຂດ ບ້າຍຕືຈິ໊ງ ແລະ ກົດໝາຍສາກົນ”, ເຊິ່ງດຳເນີນໃນວັນທີ 06 ຕຸລາ, ຢູ່ຮ່າໂນ້ຍ.

        ທີ່ການໂອ້ລົມສົນທະນາ, ບັນດານັກຄົ້ນຄວ້າໄດ້ຢືນຢັນວ່າ, ເລື່ອງຈີນ ຍົກອອກອັນທີ່ເອີ້ນວ່າ ບ້າຍຕືຈິ໊ງ ແມ່ນຂຶ້ນກັບອະທິປະໄຕຂອງປະເທດນີ້ແມ່ນບໍ່ມີຫຼັກຖານໃດໆ. ນັກຊ່ຽວຊານກ່ຽວກັບທະເລຕາເວັນອອກ ທ່ານ ພົນຈັດຕະວາ ເລວັນເກືອງ, ໄດ້ຊີ້ໃຫ້ເຫັນ 2 ຈຸດທີ່ຍັງບໍ່ທັນຊັດເຈນຂອງທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ, ເມື່ອຍົກອອກ “ອັນທີ່ເອີ້ນວ່າ ຈີນ ມີອະທິປະໄຕຢູ່ເຂດ ບ້າຍຕືຈິ໊ງ”.

ເຂດບ້າຍຕືຈິ໊ງຢູ່ທະເລຕາເວັນອອກແມ່ນຂຶ້ນກັບອະທິປະໄຕຂອງຫວຽດນາມ - ảnh 2 (ທ່ານ ພົນຈັດຕະວາ ເລວັນເກືອງ)

“ເມື່ອແລກປ່ຽນກ່ຽວກັບສື່ມວນຊົນສາກົນ, ທ່ານ ຫວາງອີ ໄດ້ເວົ້າວ່າ ກ່ຳປັ່ນສຳຫຼວດທໍລະນີ 08 ຂອງຈີນ ພວມເຄື່ອນໄຫວຢູ່ເຂດ ບ້າຍຕືຈິ໊ງ ເຈື່ອງຊາ ຂອງຈີນ. ບັນດາຄຳກ່າວປາໄສຂອງທ່ານຫວາງອີ ຄືແນວນັ້ນແມ່ນຜິດພາດ. ທີໜຶ່ງ, ກ່ຽວກັບດ້ານການເມືອງ, ຈີນ ບໍ່ມີພື້ນຖານດ້ານນິຕິກຳເພື່ອຮຽກສິດອະທິປະໄຕຢູ່ເຈື່ອງຊາ. ສານຍຸຕິທຳສາກົນໄດ້ປະຕິເສດ ສິ່ງດັ່ງກ່າວເມື່ອປີ 2016 ແລ້ວ. ໂດຍການອ້າງອີງຕາມລະບົບກົດໝາຍສາກົນທັນສະໄໝແມ່ນ ຈີນ ບໍ່ມີຫຼັກຖານອ້າງອີງ. ທີ 2, ກ່ຽວກັບດ້ານພູມສາດ, ເຂດ ບ້າຍຕືຈິ໊ງ ນອນຢູ່ນອກເກາະ ເຈື່ອງຊາ, ຫາງຈາກເກາະ ເຈື່ອງຊາ 600 ກ.ມ. ກ່ຽວກັບທໍລະນີລະຫວ່າງເກາະ ເຈື່ອງຊາ ແລະ ເຂດ ບ້າຍຕືຈິ໊ງ ຍັງມີບໍລິເວັນທະເລເລິກອີກ.”

ຕາມບັນດານັກຄົ້ນຄວ້າແລ້ວ, ບັນດາການກະທຳຂອງຈີນ, ບັນດາກົນໄກດ້ານກົດໝາຍສາກົນຄວນໄດ້ຮັບການຍົກສູງກວ່າອີກ. ທ່ານ ຫງວຽນເຈື່ອງຢາງ, ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳ ບຣຸໄນ, ອະດີດຫົວໜ້າສະຖາບັນທະເລຕາເວັນອອກ, ສະຖາບັນການຕ່າງປະເທດ (ກະຊວງການຕ່າງປະເທດຫດຽດນາມ), ໄດ້ໄຈ້ແຍກວ່າ.

ເຂດບ້າຍຕືຈິ໊ງຢູ່ທະເລຕາເວັນອອກແມ່ນຂຶ້ນກັບອະທິປະໄຕຂອງຫວຽດນາມ - ảnh 3 (ທ່ານ ຫງວຽນເຈື່ອງຢາງ, ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳ ບຣຸໄນ)

“ກົດໝາຍສາກົນແມ່ນພື້ນຖານເພື່ອປົກປັກຮັກສາບັນດາເຂດທະເລຂອງຫວຽດນາມ. ບັນດາຂໍ້ກຳນົດຂອງສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ກ່ຽວກັບບັນດາເຂດທະເລ ແລະ ຂໍ້ກຳນົດກ່ຽວກັບບັນດາເຂດທະເລ ພ້ອມທັງກໍ່ແມ່ນພື້ນຖານນິຕິກຳສຳຄັນ ເພື່ອໃຫ້ພວກເຮົາປົກປັກຮັກສາເຂດທະເລ, ປົກປັກຮັກສາອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານຂອງຫວຽດນາມ. ເຂດ ບ້າຍຕືຈິ໊ງ ແມ່ນເຂດນໍ້າຖ້ວມ, ຄວາມຈິງແມ່ນສ່ວນໜຶ່ງຂອງພື້ນທະເລຂຶ້ນກັບເຂດເສດຖະກິດພິເສດ. ນີ້ບໍ່ແມ່ນເຂດທີ່ມີການຂັດແຍ້ງກັນ ຫຼື ມີເຂດທັບຊ້ອນກັນ. ຍ້ອນວ່າ, ຈີນ ບໍ່ມີພື້ນຖານດ້ານນິຕິກຳສາກົນໃດໆເພື່ອຍົກອອກຄຳຮຽກສິດສຳລັບເຂດທະເລນີ້”.

        ບັນດານັກຄົ້ນຄວ້າກໍ່ຢືນຢັນວ່າ, ຕໍ່ໜ້າບັນດາການປະທຳກະມຶງກະມັງຂອງຈີນ ຢູ່ທະເລຕາເວັນອອກ, ຫວຽດນາມ ຄວນສືບຕໍ່ຍົກເລື່ອງເຂດ ບ້າຍຕືຈິ໊ງ ຂຶ້ນກ່າວປະນາມຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ.

ຕອບກັບ