ຮຽກ​ຮ້ອງ​ EU ລົບ​ລ້າງ​ໄພ​ຈຳ​ແນກ​ເຊື້ອ​ຊາດຜິ​ວ​ພັນ

Chia sẻ
(VOVWORLD) -ທ່ານ Michael O’Faherty ຜູ້ອຳນວຍການ FRAເນັ້ນໜັກວ່າ “ບໍ່ມີຜູ້ໃດຈະກາຍເປັນເປົ້າໝາຍບຸກໂຈມຕີຍ້ອນສີຜິວຂອງເຂົາເຈົ້າ. ບໍ່ມີຜູ້ໃດຕ້ອງຮູ້ສຶກຢ້ານກົວເມື່ອຖືກຕຳຫຼວດຈັບຍ້ອນວ່າ ເຂົາເຈົ້າແມ່ນຄົນຜິວສີ”. ທ່ານກໍ່ຮຽກຮ້ອງໃຫ້ບັນດາປະເທດ EU ຮ່ວມມືກັນເພື່ອຢຸດຕິສະພາບການດັ່ງກ່າວ.

ວັນທີ 5 ມິຖຸນາ, ອົງການ ບັນດາສິດພື້ນຖານ (FRA) ຂອງສະຫະພາບເອີລົບ (EU) ຖືວ່າ ບັນດາປະເທດ EU ຕ້ອງມານະພະຍາຍາມລົບລ້າງໄພຈຳແນກເຊື້ອຊາດຜິວພັນ, ລວນລາມ ແລະ ໃຊ້ຄວາມຮຸນແຮງໃຕໍ່ຄົນຜິວສີໃນສະພາບທີ່ມີການແຫ່ຂະບວນປະທ້ວງຄັດຄ້ານໄພຈຳແນກເຊື້ອຊາດຜິວພັນສືບຕໍ່ໄດ້ແຜ່ລາມໃນວົງກ້ວາງຢູ່ຫຼາຍປະເທດໃນໂລກ ພາຍຫຼັງເຫດການເສຍຊີວິດຢູ່ອາເມລິກາຂອງ ຜູ້ຊາຍຄົນໜຶ່ງທີ່ເປັນຊາວອາເມລິກາເຊື້ອສາຍອາຟຼິກກາຊື່ວ່າ George Floyd.

        ໃນຖະແຫຼງການ, FRA ໃຫ້ຮູ້ວ່າ ໄພຈຳແນກເຊື້ອຊາດຜິວພັນ, ລວນລາມ ແລະ ໃຊ້ຄວາມຮຸນແຮງທີ່ມີລັກສະນະເຊື້ອຊາຍພວມແຜ່ລາມໃນວົງກ້ວາງຢູ່ເອີລົບ. ທ່ານ Michael O’Faherty ຜູ້ອຳນວຍການ FRAເນັ້ນໜັກວ່າ “ບໍ່ມີຜູ້ໃດຈະກາຍເປັນເປົ້າໝາຍບຸກໂຈມຕີຍ້ອນສີຜິວຂອງເຂົາເຈົ້າ. ບໍ່ມີຜູ້ໃດຕ້ອງຮູ້ສຶກຢ້ານກົວເມື່ອຖືກຕຳຫຼວດຈັບຍ້ອນວ່າ ເຂົາເຈົ້າແມ່ນຄົນຜິວສີ”. ທ່ານກໍ່ຮຽກຮ້ອງໃຫ້ບັນດາປະເທດ EU ຮ່ວມມືກັນເພື່ອຢຸດຕິສະພາບການດັ່ງກ່າວ.

        ແລະກໍ່ໃນວັນດຽວກັນ, ວົງການເຈົ້າໜ້າທີ່ອົດສະຕາລີ ແລະ ຝລັ່ງ ໄດ້ຫ້າມບໍ່ໃຫ້ຈັດຕັ້ງການແຫ່ຂະບວນປະທ້ວງຄັດຄ້ານໄພຈຳແນກເຊື້ອຊາດຜິວພັນ ດ້ວຍ ເຫດຜົນວ່າ ບັນດາການເຕົ້າໂຮມກັນທີ່ມີຂອບຂະໜາດໃຫຍ່ ຈະມີຄວາມສ່ຽງຕິດແປດເຊື້ອໄວຣັດ SARS – CoV – 2.

ຕອບກັບ