ຮ່າ​ໂນ້ຍ​ມາ​ນະ​ພະ​ຍາ​ຍາມ​ເປີດ​ກ້​ວາງ​ການ​ພົວ​ພັນ​ກັບບັນ​ດາ​ທ້ອງ​ຖິ່ນ​ຂອງ ລາວ

Chia sẻ
(VOVWORLD) -ທ່ານ ທອງສະຫວັນ ພົມວິຫານ ໄດ້ຂອບໃຈອຳນາດການປົກຄອງນະຄອນຮ່າໂນ້ຍໄດ້ຊ່ວຍເຫຼືອ, ສະຖານທູດມີບັນດາການເຄື່ອນໄຫວໃນໄລຍະທີ່ຜ່ານມາ ແລະ ເຊື່ອໝັ້ນວ່າ ເຖິງວ່າສະພາບການໂລກມີການຜັນແປຫຼາຍຢ່າງກໍ່ຕາມ, ແຕ່ການພົວພັນລະຫວ່າງລາວ - ຫວຽດນາມ ຍາມໃດກໍ່ໄດ້ຮັບການເສີມສ້າງໃຫ້ໝັ້ນຄົງຖະໜົງແກ່ນ.
ຮ່າ​ໂນ້ຍ​ມາ​ນະ​ພະ​ຍາ​ຍາມ​ເປີດ​ກ້​ວາງ​ການ​ພົວ​ພັນ​ກັບບັນ​ດາ​ທ້ອງ​ຖິ່ນ​ຂອງ ລາວ - ảnh 1ທ່ານ ຫງວຽນດຶກຈຸງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ເຮັດວຽກກັບທ່ານ ທອງສະຫວັນ ພົມວິຫານ,ເອກອັກຄະລັດຖະທູດ ລາວປະຈຳ ຫວຽດນາມ (ພາບ: Hanoi.gov.vn)

 ວັນທີ 27 ກັນຍາ, ທີ່ການເຮັດວຽກກັບທ່ານ ທອງສະຫວັນ ພົມວິຫານ,ເອກອັກຄະລັດຖະທູດ ລາວປະຈຳ ຫວຽດນາມ, ທ່ານ ຫງວຽນດຶກຈຸງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍໄດ້ຕີລາຄາສູງການຊ່ວຍເຫຼືອຂອງທ່ານເອກອັກຄະລັດຖະທູດລາວ ຕໍ່ຄວາມມານະພະຍາຍາມເປີດກວ້າງການພົວພັນຂອງນະຄອນຮ່າໂນ້ຍກັບບັນດາທ້ອງຖິ່ນຂອງລາວ, ພ້ອມທັງໃຫ້ຮູ້ວ່າຈະສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວເຊິ່ງສອງປະເທດໄດ້ໃຫ້ຄຳໝັ້ນສັນຍາໃນການປະຕິບັດ. ທ່ານ ຫງວຽນດຶກຈຸງ ຊີ້ິ້ແຈ້ງວ່າ: ບັນດາການເຄື່ອນໄຫວນັ້ນໄດ້ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວຄືດັ່ງຄວາມຫວັງຂອງ ປະທານໂຮ່ຈີມິນ ແລະ ປະທານໄກສອນ ພົມວິຫານ, ພ້ອມທັງປາດຖະໜາວ່າ ທ່ານເອກອັກຄະລັດຖະທູດຈະສືບຕໍ່ເປັນຂົວເຊື່ອມຕໍ່ໃນການເສີມສ້າງການພົວພັນມິດຕະພາບລະຫວ່າງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ ແລະ ບັນດາທ້ອງຖິ່ນຕ່າງໆຂອງລາວ.

        ສ່ວນທ່ານ ທອງສະຫວັນ ພົມວິຫານ ໄດ້ຂອບໃຈອຳນາດການປົກຄອງນະຄອນຮ່າໂນ້ຍໄດ້ຊ່ວຍເຫຼືອ, ສະຖານທູດມີບັນດາການເຄື່ອນໄຫວໃນໄລຍະທີ່ຜ່ານມາ ແລະ ເຊື່ອໝັ້ນວ່າ ເຖິງວ່າສະພາບການໂລກມີການຜັນແປຫຼາຍຢ່າງກໍ່ຕາມ, ແຕ່ການພົວພັນລະຫວ່າງລາວ - ຫວຽດນາມ ຍາມໃດກໍ່ໄດ້ຮັບການເສີມສ້າງໃຫ້ໝັ້ນຄົງຖະໜົງແກ່ນ.

ຕອບກັບ