ຮ່າໂນ້ຍມອບ 73 ລາງວັນໃຫ້ແກ່ການອອກແບບຜະລິດຕະພັນເຄື່ອງສິລະປະຫັດຖະກຳປີ 2019

Chia sẻ
(VOVWORLD) -ການເສັງດັ່ງກ່າວເພື່ອແນໃສ່ສົ່ງເສີມບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ບັນດານັກສິລະປະການໃນບໍລິເວນນະຄອນຮ່າໂນ້ຍ ເສີມຂະຫຍາຍແນວຄວາມຄິດ, ອອກແບບບັນດາຜະລິດຕະພັນເຄື່ອງສິລະປະຫັດຖະກຳ ທີ່ມີມູນຄ່າເສດຖະກິດ, ເຕັກນິກສູງ…

ຮ່າໂນ້ຍມອບ 73 ລາງວັນໃຫ້ແກ່ການອອກແບບຜະລິດຕະພັນເຄື່ອງສິລະປະຫັດຖະກຳປີ 2019 - ảnh 1 ພິທີມອບລາງວັນ

(ພາບ: TTXVN)

ວັນທີ 19 ຕຸລາ, ພະແນກອຸດສາຫະກຳການຄ້າຮ່າໂນ້ຍ ໄດ້ມອບລາງວັນໃຫ້ບັນດາໝູ່ຄະນະ ແລະ ນັກສິລະປະການທີ່ເຂົ້າຮ່ວມການເສັງ “ອອກແບບຜະລິດຕະພັນເຄື່ອງສິລະປະຫັດຖະກຳຮ່າໂນ້ຍ ປີ 2019” 73 ລາງວັນ, ດ້ວຍຫົວຂໍ້ວ່າ “ຜະລິດຕະພັນເຄື່ອງສິລະປະຫັດຖະກຳຮ່າໂນ້ຍ ການອອກແບບປະດິດຄິດສ້າງ”.

        ການເສັງດັ່ງກ່າວເພື່ອແນໃສ່ສົ່ງເສີມບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ບັນດານັກສິລະປະການໃນບໍລິເວນນະຄອນຮ່າໂນ້ຍ ເສີມຂະຫຍາຍແນວຄວາມຄິດ, ອອກແບບບັນດາຜະລິດຕະພັນເຄື່ອງສິລະປະຫັດຖະກຳ ທີ່ມີມູນຄ່າເສດຖະກິດ, ເຕັກນິກສູງ… ປະກອບສ່ວນໜູນຊ່ວຍບັນດາວິສາຫະກິດ, ຮາກຖານການຜະລິດໃນບໍລິເວນນະຄອນຮ່າໂນ້ຍ ຫັນບັນດາການອອກແບບຜະລິດຕະພັນເປັນຫຼາຍຮູບຫຼາຍແບບ, ຕອບສະໜອງຄວາມຕ້ອງການຂອງລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດ.

        ສິ້ນສຸດການເສັງ, ຄະນະຈັດຕັ້ງໄດ້ຄັດເລືອກ 73 ອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີຜະລິດຕະພັນຍາດໄດ້ລາງວັນໃນການເສັງຄັ້ງນີ້, ໃນນັ້ນໄດ້ມອບລາງວັນທີໜຶ່ງ 5 ລາງວັນ, ລາງວັນທີສອງ 15 ລາງວັນ, ລາງວັນທີສາມ 20 ລາງວັນ ແລະ ລາງວັນຊົມເຊີຍ 33 ລາງວັນ.

ຕອບກັບ