ຮ່າ​ໂນ້ຍ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ​ກັບບັນ​ດາ​ນະ​ຄອ​ນ​ໃນ​ທົ່ວ​ໂລກ

Chia sẻ
(VOVWORLD) - ຕອນຄ່ຳວັນທີ 2 ມິຖຸນາ, ຢູ່ຈຸດເຊື່ອມຕໍ່ການຖ່າຍທອດສົດຮ່າໂນ້ຍ, ທ່ານຫງວຽນດຶກຈູງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍຂັ້ນເຈົ້າຄອງນະຄອນ ໃນຂອບເຂດກອງປະຊຸມສຸດຍອດທົ່ວໂລກຂອງບັນດານະຄອນກ່ຽວກັບ ໂລກລະບາດ Covid – 19.
ຮ່າ​ໂນ້ຍ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ​ກັບບັນ​ດາ​ນະ​ຄອ​ນ​ໃນ​ທົ່ວ​ໂລກ - ảnh 1ທ່ານຫງວຽນດຶກຈູງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ (ພາບ: TTXVN) 

ກອງປະຊຸມມີການເຂົ້າຮ່ວມຂອງ 42 ນະຄອນໃນທົ່ວໂລກ ເຊິ່ງໄດ້ຈັດຕັ້ງຂຶ້ນຕາມຂໍ້ລິເລີ່ມຂອງທ່ານ Park Won Soon ເຈົ້າຄອງນະຄອນ ເຊີອູນ (ສ.ເກົາຫຼີ).

ທີ່ກອງປະຊຸມ, ເມື່ອແບ່ງປັນປະສົບການກັບເຈົ້າຄອງນະຄອນຕ່າງໆໃນທົ່ວໂລກ, ທ່ານຫງວຽນດຶກຈູງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍໃຫ້ຮູ້ວ່າ: ຮ່າໂນ້ຍໄດ້ຈັດຕັ້ງການສືບຫາບັນດາຜູ້ທີ່ໄດ້ສຳຜັດກັບຜູ້ຖືກສົງໄສຕິດເຊື້ອພະຍາດ Covid – 19 ຢ່າງລະອຽດ ແລະ ໄວທີ່ສຸດ, ມີມາດຕະການຈັດຕັ້ງການແຍກຕົວຜູ້ທີ່ໄດ້ສຳຜັດກັບຜູ້ຕິດເຊື້ອໂດຍກົງ ແລະ ຜູ້ຖືກສົງໄສຕິດເຊື້ອ… ນອກຈາກນັ້ນ, ຮ່າໂນ້ຍຍັງສະໜອງຂໍ້ມູນຂ່າວສານ ແລະ ໂຄສະນາເຜີຍແຜ່ກ່ຽວກັບສະພາບການໂລກລະບາດໃນວົງກ້ວາງໃຫ້ແກ່ປະຊາຊົນທຸກໆຄົນຢ່າງ ເປີດເຜີຍ, ໂປ່ງໃສ…ທ່ານ ຫງວຽນດຶກຈູງ ຢັ້ງຢືນວ່າບັນດາມາດຕະການຄົບຊຸດ, ຂ້ຽວຂາດນີ້ແມ່ນບັນດາສາຍເຫດທີ່ເປັນພື້ນຖານ ແລະ ສຳຄັນເພື່ອສ້າງຜົນສຳເລັດຂອງຫວຽດນາມເວົ້າລວມ ແລະ ຮ່າໂນ້ຍເວົ້າສະເພາະໃນການຕໍ່ສູ້ປ້ອງກັນ, ຕ້ານໂລກລະບາດ Covid – 19.

ສິ້ນສຸດກອງປະຊຸມ, ບັນດາປະເທດເຂົ້າຮ່ວມໄດ້ຮັບຮອງເອົາຖະແຫຼງການ ເຊີອູນ ກ່ຽວກັບຄວາມສາມັກຄີ ແລະ ການຮ່ວມມືໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ຕອບກັບ