ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຢືນຢັນ ຫວຽດນາມ ພວມຄວບຄຸມໂລກລະບາດໂຄວິດ-19 ໄດ້ເປັນຢ່າງດີ

Chia sẻ
(VOVWORLD) -ຫວຽດນາມ ພວມຄວບຄຸມໂລກລະບາດໄດ້ໂດຍພື້ນຖານແລ້ວ, ບັນດາກໍລະນີຕິດເຊື້ອພະຍາດໂຄວິດ-19 ລ້ວນແຕ່ຢັ້ງຢືນໄດ້ແຫ່ຼງຕິດແປດ.
ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຢືນຢັນ ຫວຽດນາມ ພວມຄວບຄຸມໂລກລະບາດໂຄວິດ-19 ໄດ້ເປັນຢ່າງດີ - ảnh 1ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໂດ້ຊວັນຕວຽນ
(ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມປະຈຳການລັດຖະບານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນຕອນບ່າຍວັນທີ 10 ພຶດສະພາ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໂດ້ຊວັນຕວຽນ, ໃຫ້ຮູ້ວ່າ: ຈຳນວນກໍລະນີໃນຊຸມມື້ຜ່ານມາລ້ວນແຕ່ແມ່ນ F1, ເຊິ່ງໄດ້ມີການກຳນົດເຂດ, ແຍກຕົວ, ເອົາຕົວຢ່າງກ່ອນແລ້ວ ສະນັ້ນຄວາມສາມາດຕິດແປດໃນຊຸມຊົນແມ່ນຕ່ຳທີ່ສຸດ. ໂດຍຢືນຢັນວ່າ, ບັນດາເຂດເກີດໂລກລະບາດໃນປະຈຸບັນລ້ວນແຕ່ໄດ້ຮັບການຄວບຄຸມໂດຍພື້ນຖານແລ້ວນັ້ນ, ທ່ານ ໂດ້ຊວັນຕວຽນ ສະເໜີສືບຕໍ່ປະຕິບັດຫຼັກການປ້ອງກັນ, ຕ້ານໂລກລະບາດນັບແຕ່ຂັ້ນຕົ້ນແມ່ນ “ສະກັດກັ້ນ, ກວດພົບ, ແຍກຕົວ, ແບ່ງເຂດລະບາດ, ຕ້ານໂລກລະບາດ, ປິ່ນປົວ”; ພ້ອມທັງເປັນເຈົ້າການກວດພົບໂດຍໄວ, ແຍກຕົວເຂດລະບາດໂດຍໄວ ເພື່ອສະກັດກັ້ນໂລກລະບາດແຜ່ລະບາດອອກສູ່ຊຸມຊົນ. ກະຊວງສາທາລະນະສຸກສະເໜີໃຫ້ບັນດາທ້ອງຖິ່ນ ຈົ່ງຍົກສູງກຳລັງຄວາມສາມາດໃນການວິໄຈ; ແບ່ງເຂດ, ຫຼີກລ້ຽງການສົ່ງຜົນກະທົບເຖິງການພັດທະນາເສດຖະກິດ, ສັງຄົມ.

        ສ່ວນຢູ່ບັນດາທ້ອງຖິ່ນ, ວັນທີ 10  ພຶດສະພາ, ກ່າວຄຳເຫັນທີ່ກອງປະຊຸມດ່ວນຂອງຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ນະຄອນໂຮ່ຈີມິນ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ເນັ້ນໜັກວ່າ: ທຸກອົງການທີ່ມີໜ້າທີ່, ອຳນາດການປົກຄອງທ້ອງຖິ່ນໄດ້ເລີ່ມເຄື່ອນໄຫວທຸກມາດຕະການປ້ອງກັນ, ຕ້ານໂລກລະບາດຢູ່ໃນລະດັບສູງສຸດຄືນໃໝ່; ກຽມພ້ອມວິທີການຮັບມືກັບສະພາບໂລກລະບາດແຜ່ລະບາດອອກສູ່ວົງກວ້າງໃນບໍລິເວນ.

        ແລະກໍ່ໃນວັນດຽວກັນ, ທີ່ກອງປະຊຸມທາງອອນລາຍກັບປະທານຄະນະກຳມະການປະຊາຊົນບັນດາເມືອງ, ເທດສະບານເມືອງ, ນະຄອນ ເພື່ອແນໃສ່ເຊື່ອມຊຶມວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ລອງອານ ຫງວຽນວັນອຸດ ໄດ້ຊີ້ນຳການກະກຽມແຜນການລະອຽດໃຫ້ທຸກສະພາບການທີ່ໂລກລະບາດອາດມີການຜັນແປຢ່າງສັບສົນ; ສ້າງແຜນການລະອຽດໃຫ້ແກ່ວຽກງານເລືອກຕັ້ງໃນເງື່ອນໄຂເກີດໂລກລະບາດ.

        ຢູ່ແຂວງ ເທື່ອທຽນ-ເຫ້ວ ກໍ່ກະກຽມແຜນການສູງສຸດໃນສະພາບຕ້ອງແຍກຫ່າງສັງຄົມໃນທົ່ວແຂວງ.

ຕອບກັບ