ຮູບແບບ 5+1 ຢູ່ ດັ໊ກຊອງ: ສະມາຊິກພັກຮ່ວມແຮງຮ່ວມໃຈເພື່ອຫຼຸດຜ່ອນຄວາມທຸກຍາກ

Chia sẻ
(VOVWORLD) -ໃນທົ່ວເມືອງ ດັ໊ກຊອງ, ປີຜ່ານມາມີ 650 ຄອບຄົວໄດ້ຮັບການຊ່ວຍເຫຼືອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ.
ຮູບແບບ 5+1 ຢູ່ ດັ໊ກຊອງ: ສະມາຊິກພັກຮ່ວມແຮງຮ່ວມໃຈເພື່ອຫຼຸດຜ່ອນຄວາມທຸກຍາກ - ảnh 1(ໃນທົ່ວເມືອງ ດັ໊ກຊອງ, ປີຜ່ານມາມີ 650 ຄອບຄົວໄດ້ຮັບການຊ່ວຍເຫຼືອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ)

ປີ 2020, ໂດຍປະຕິບັດຄຳສັ່ງຊີ້ນຳເລກທີ 05 ຂອງກົມການເມືອງ ກ່ຽວກັບເລື່ອງ “ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໃສ, ໝັ້ນຄົງ, ເຂັ້ມແຂງ ຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານໂຮ່ຈີມິນ”, ຄະນະພັກເມືອງ ດັ໊ກຊອງ, ແຂວງ ດັ໊ກນົງ ໄດ້ຜັນຂະຫຍາຍຮູບແບບ “ສະມາຊິກພັກ 5 ສະຫາຍຊ່ວຍຄອບຄົວໜຶ່ງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ”. ຜ່ານການປະຕິບັດມາເປັນເວລາ 1 ປີ, ຮູບແບບດັ່ງກ່າວໄດ້ປະກອບສ່ວນແຜ່ຂະຫຍາຍວຽກງານຫຼຸດຜ່ອນຄວາມທຸກຍາກ, ຊ່ວຍນັບຮ້ອຍຄອບຄົວບືນຕົວຂຶ້ນຮັບປະກັນຊີວິດເປັນຢູ່ມີໃຫ້ເປັນປົກກະຕິ. ທ່ານ ຫງວຽນວັນແອັງ, ເລຂາຄະນະພັກຕາແສງ ເຈື່ອງຊວັນ, ໃຫ້ຮູ້ວ່າ:

        “ຜ່ານປີທຳອິດຂອງການປະຕິບັດຮູບແບບດັ່ງກ່າວ, ຍັງມີຫຼາຍສິ່ງທີ່ບໍ່ທັນເຂົ້າໃຈເລິກເຊິ່ງ. ເຖິງຢ່າງໃດກໍ່ຕາມ, ເລື່ອງຜັນຂະຫຍາຍຮູບແບບດັ່ງກ່າວໄດ້ຮັບການສະໜັບສະໜູນເປັນຢ່າງສູງຈາກສະມາຊິກພັກ ແລະ ປະຊາຊົນ. ຄຽງຂ້າງນັ້ນກໍ່ບັນລຸໄດ້ບັນດາໝາກຜົນທີ່ໜ້າຊື່ນຊົມ, ນັ້ນແມ່ນມີບາງຄອບຄົວມີສະຕິບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ປີ 2020 ມີ 68 ໃນຈຳນວນ 110 ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ມີ 19 ຄອບຄົວໃກ້ຈະພົ້ົ້ນອອກຈາກລະດັບຄອບຄົວທຸກຍາກ”.

        ໃນທົ່ວເມືອງ ດັ໊ກຊອງ, ປີຜ່ານມາມີ 650 ຄອບຄົວໄດ້ຮັບການຊ່ວຍເຫຼືອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ເພື່ອສ້າງໄດ້ຜົນງານນັ້ນກໍ່ຍ້ອນມີການປະກອບສ່ວນຈາກຮູບແບບສະມາຊິກພັກ 5 ສະຫາຍຊ່ວຍຄອບຄົວໜຶ່ງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍຄະນະພັກເມືອງ ດັ໊ກຊອງ ຜັນຂະຫຍາຍ. ຮູບແບບດັ່ງກ່າວຢູ່ ດັ໊ກຊອງ ພວມຍູ້ແຮງຂະບວນການແຂ່ງຂັນພັດທະນາເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຢູ່ເຂດຊົນເຜົ່າສ່ວນໜ້ອຍນີ້.

ຕອບກັບ