ຮູບຖ່າຍ “ ນ້ອງນ້ອຍ ນາປານ ” ສາມາດສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງທີ່ສຸດໃນ 50 ປີທີ່ຜ່ານມາ

Chia sẻ
(VOVWORLD) -      ຮູບຖ່າຍທີ່ໂດດເດັ່ນມີຊື່ວ່າ “ ນ້ອງນ້ອຍ ນາປານ ” ທີ່ເປັນໜ້າສະຍົດສະຫຍອງກ່ຽວກັບເດັກສາວຄົນໜຶ່ງ ພວມພະຍາຍາມແລ່ນໜີຈາກເຫດບຸກໂຈມຕີດ້ວຍການຖິ້ມລະເບີດ ນາປານໃນສົງຄາມ ຊຶ່ງອາເມລິກາໄດ້ດຳເນີນຢູ່ຫວຽດນາມ
ຮູບຖ່າຍ “ ນ້ອງນ້ອຍ ນາປານ ” ສາມາດສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງທີ່ສຸດໃນ 50 ປີທີ່ຜ່ານມາ - ảnh 1 ຮູບຖ່າຍ “ ນ້ອງນ້ອຍ ນາປານ ” 

ຮູບຖ່າຍ “ ນ້ອງນ້ອຍ ນາປານ ” ໂດຍຊ່າງພາບ ນິກອຸດ ສັງກັດສຳນັກຂ່າວສານ AP ປະຕິບັດ ໄດ້ເຮັດໃຫ້ໂລກສັ່ນສະເທື່ອນ ເມື່ອໄດ້ປະກາດເມື່ອປີ 1972 ແລະ ຮັບການຕີລາຄາວ່າ ແມ່ນ ຮູບຖ່າຍທີ່ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງທີ່ສຸດ, ຊ່ວຍຢຸດຕິສົງຄາມທີ່ອາເມລິກາດຳເນີນຢູ່ຫວຽດນາມ.   ເດັກສາວໃນຮູບຖ່າຍດັ່ງກ່າວ ມີຊື່ວ່າ ຟານທິກິມຟຸກ ເກີດປີ 1963 ປະຈຸບັນ ພວມດຳລົງຊີວິດຢູ່ການາດາ. ຮູບຖ່າຍແຜ່ນນີ້ ໄດ້ນຳໜ້າໃນບັນຊີລາຍຊື່ບັນດາຮູບຖ່າຍທີ່ໄດ້ເຮັດໃຫ້ໂລກປ່ຽນແປງໃນ 50 ປີທີ່ຜ່ານມາ

ຕອບກັບ