ອຳ​ນາດ​ການ​ປົກ​ຄອງ​ຮົ່ງ​ກົງ (ຈີນ) ຄັດ​ຄ້ານ​ເລື່ອງ ອາ​ເມ​ລິ​ກາ ຖອນ​ຂໍ້​ກຳ​ນົດ​ພິ​ເສດ

Chia sẻ
(VOVWORLD) -ຕາມຂ່າວສານ ຊີນຮວາ ເມື່ອວັນທີ 30 ພຶດສະພາ, ອຳນາດການປົກຄອງເຂດປົກຄອງພິເສດຮົ່ງກົງ (ຈີນ) ໄດ້ອອກຖະແຫຼງການຖືວ່າ  ເລື່ອງ ອາເມລິກາ ປະຕິບັດບັນດາມາດຕະການລົງໂທດ ຫຼື ຈຳກັດດ້ານການຄ້າ ສຳລັບເຂດພິເສດນີ້ ແມ່ນກ່ຽວຂ້ອງເຖິງກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບຮົ່ງກົງ ເຊິ່ງສະພາແຫ່ງຊາດ ຈີນ ຫາກໍຮັບຮອງເອົາ ແມ່ນຄວາມຜິດພາດ. 

ໃນຖະແຫຼງການສະບັບໜຶ່ງ, ໂຄສົກອຳນາດການປົກຄອງ ຮົ່ງກົງ ໄດ້ ຊີ້ແຈ້ງວ່າ ບັນດາມາດຕະການລົງໂທດ ຫຼື ຈຳກັດດ້ານການຄ້າ ທີ່ແນໃສ່ ຮົ່ງກົງ ແມ່ນບໍ່ຍຸຕິທຳ, ພຽງເຮັດໃຫ້ການພົວພັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ເຂດປົກຄອງພິເສດນີ້ ແລະ ອາເມລິກາ, ເຊິ່ງໄດ້ຮັບການສ້າງຕັ້ງມາເປັນເວລາຫຼາຍປີທີ່ຜ່ານມາ ຖືກພັງທະລາຍລົງ, ອັນໄດ້ກໍ່ຜົນເສຍຫາຍໃຫ້ແກ່ບັນດາວິສາຫະກິດຢູ່ຮົ່ງກົງ ແລະ ບັນດາວິສາຫະກິດ ອາເມລິກາ ຢູ່ທີ່ນີ້.

        ກ່ອນໜ້ານັ້ນ, ໃນວັນທີ 29 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສະແດງທັດສະນະຄັດຄ້ານກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບແຫ່ງຊາດ ຮົ່ງກົງ, ພ້ອມທັງຖະແຫຼງຖອນຂໍ້ກຳນົດພິເສດ ສຳລັບເຂດປົກຄອງພິເສດນີ້ຄືນ.

ຕອບກັບ