ອາເມລິກາ ບຸກໂຈມຕີທາງອາກາດໃສ່ບັນດາເປົ້າໝາຍ Al-Qaeda ຢູ່ ເຢແມນ

Chia sẻ
(vovworld) - ວັນ​ທີ 02/03 ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ກອງທັບ​ປະ​ເທດ​ນີ້ ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຢ່າງ​ຊັດ​ເຈັນ​ກ່ວາ 20 ຄັ້ງ ທີ່​ເລັ່ງ​ໃສ່​ບັນດາ​ເປົ້າ​ໝາຍ​ຂອງ​ກຳລັງ Al – Qaeda ​ໃນ​ແຫຼມ Arab (AQAP) ຢູ່ ​ເຢ​ແມນ.
ອາເມລິກາ ບຸກໂຈມຕີທາງອາກາດໃສ່ບັນດາເປົ້າໝາຍ Al-Qaeda ຢູ່ ເຢແມນ - ảnh 1
ພົນທະຫານ ອາເມລິກາ (ພາບປະກອບ)

(vovworld) - ວັນ​ທີ 02/03 ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ກອງທັບ​ປະ​ເທດ​ນີ້ ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຢ່າງ​ຊັດ​ເຈນ​ກ່ວາ 20 ຄັ້ງ ທີ່​ເລັ່ງ​ໃສ່​ບັນດາ​ເປົ້າ​ໝາຍ​ຂອງ​ກຳລັງ Al – Qaeda ​ໃນ​ແຫຼມ Arab (AQAP) ຢູ່ ​ເຢ​ແມນ. ນີ້​ແມ່ນ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່​ທຳ​ອິດ ​ເພື່ອຕ້ານຄືນ​ກຸ່ມ​ກໍ່​ການ​ຮ້າຍນີ້ ນັບ​ແຕ່​ພາຍຫລັງການ​ບຸກຕີ​ໂດຍ​ທະຫານ​ພິ​​ເສດ ອາ​ເມ​ລິ​ກາ ດຳ​​ເນີນ​ໃນ​ວັນ​ທີ 29/01 ຜ່ານ​ມາ. ຕາມ​ແຈ້ງ​ການ​ຂອງ​ທຳນຽບຫ້າ​ແຈ​ແລ້ວ ບັນດາ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ ​​ແມ່ນເລັ່ງ​ໃສ່ບັນດາ​​ເປົ້າ​ໝາຍ Al – Qaeda, ລະບົບ​ອາວຸດ​ໜັກ, ພາຫະນະອຸປະ​ກອນ, ພື້ນຖານ​ໂຄງ​ລ່າງ ​ແລະ ບັນດາຖານ​ທີ່​ໝັ້ນ​ສູ້​ຮົບຂອງ​ກຸ່ມ​ນີ້​ຢູ່​ບັນດາ​ເຂດ Abyan, Al Bayda ​ແລະ Shabwah ຂອງ ​ເຢ​ແມນ. ທ່ານ Jeff Davis ​ໂຄສົກ​ທຳນຽບຫ້າ​ແຈ​ຊີ້​ແຈ້ງວ່າ: ບັນດາ​ການ​ບຸກ​ໂຈມ​ຕີ​ຈະ​ເຮັດ​ໃຫ້ຄວາມ​ສາມາດ​ຂອງ AQAP ໃນ​ການ​ນຳ​ໃຊ້​ເຂດ​ແຄ້ວນ​ທີ່ຢຶດຄອງ​ໄດ້​ຂອງ​ລັດຖະບານຢູ່ ​ເຢ​ແມນ ​​ເປັນສະຖານ​ທີ່​ປອດ​ໄພ ​ເພື່ອວາງ​ແຜນການ​ບຸກ​ໂຈມຕີ​ກໍ່​ການ​ຮ້າຍຊຸດ​ໂຊມ​ລົງ ​.

 

 

ຕອບກັບ