ອາເມລິກາ ຍູ້ແຮງການຮ່ວມມືກັບຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

Chia sẻ
(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງການຮ່ວມມືຢ່າງມິປະສິດທິຜົນຂອງກະຊວງປ້ອງກັນປະເທດ 2 ປະເທດ ບົນຈິດໃຈຄູ່ຮ່ວມມືຮອບດ້ານ
ອາເມລິກາ ຍູ້ແຮງການຮ່ວມມືກັບຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ - ảnh 1 ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບທ່ານລັດຖະມົນຕີກະຊວງ Lloyd Austin
(ພາບ: TTXVN)

ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທີ່ການຕ້ອນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ຫວຽດນາມ ຂອບໃຈ ອາເມລິກາ ທີ່ໄດ້ໜູນຊ່ວຍ ຫວຽດນາມ ວັກຊິນກັນໂຄວິດ-19 ເປັນຈຳນວນຫຼາຍໃນໄລຍະຜ່ານມາ ແລະ ເນັ້ນໜັກວ່າ, ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກ ອາເມລິກາ ໃນການສຳຜັດກັບບັນດາແຫຼ່ງວັກຊິນກັນໂຄວິດ-19 ອື່ນ ເພື່ອຍູ້ໄວບັ້ນສັກວັກຊິນໃຫ້ແກ່ປະຊາຊົນ.

        ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນຂອງກະຊວງປ້ອງກັນປະເທດ 2 ປະເທດ ບົນຈິດໃຈຄູ່ຮ່ວມມືຮອບດ້ານ ແລະ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືແຖວໜ້າໃນນະໂຍບາຍການຕ່າງປະເທດ; ທ່ານປະຖະໜາວ່າ ການພົວພັນຮ່ວມມື 2 ຝ່າຍໃນທຸກຂົງເຂດເຊິ່ງ 2 ປະເທດຕ່າງມີຄວາມສົນໃຈຈະພັດທະນາກວ່າອີກ.

        ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin ຢືນຢັນວ່າ, ອາເມລິກາ ຈະຍູ້ແຮງຮ່ວມມືກັບ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມກວ່າອີກ; ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນ. ທ່ານລັດຖະມົນຕີ Lloyd Austin ກໍ່ສະເໜີໃຫ້ 2 ຝ່າຍຈົ່ງຄົ້ນຄວ້າ, ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດສາດໃນອະນາຄົດ.

        2 ຝ່າຍໄດ້ປຶກສາຫາລືກ່ຽວກັບບາງຂົງເຂດຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ (UNCLOS) 1982.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ໃຫ້ຮູ້ວ່າ, ຫວຽດນາມ ປາດຖະໜາຢາກໄດ້ຕ້ອນຮັບທ່ານປະທານາທິບໍດີອາເມລິກາ Joe Biden ແລະ ທ່ານຮອງປະທານາທິບໍດີ Kamala Harris ມາຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ