ອາ​ເມ​ລິ​ກາ, ຍີ່​ປຸ່ນ ສືບ​ຕໍ່ ມຸ່ງ​ໄປ​ເຖິງ​​ເປົ້າໝາຍສ້າງ​ແຫຼມ​ເກົາຫຼີ ປອດ​ນິວ​ເຄຼຍ

Chia sẻ
(VOVWORLD) -ວັນທີ 16 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ເຈລະຈາຜ່ານທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ເພື່ອປຶກສາຫາລືຫຼາຍບັນຫາກ່ຽວກັບການພົວພັນສອງຝ່າຍ, ພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ອາ​ເມ​ລິ​ກາ, ຍີ່​ປຸ່ນ ສືບ​ຕໍ່ ມຸ່ງ​ໄປ​ເຖິງ​​ເປົ້າໝາຍສ້າງ​ແຫຼມ​ເກົາຫຼີ ປອດ​ນິວ​ເຄຼຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ແລະ ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi (ພາບ: Reuters)

ຕາມທ່ານ Morgan Ortagus ໂຄສົກລັດຖະມົນຕີການຕ່າງປະເທດ ອາເມລິກາ ແລ້ວ, ໃນການເຈລະຈາ, ທ່ານລັດຖະມົນຕີ  Mike Pompeo ໄດ້ຢັ້ງຢືນ ກໍາລັງແຮງຂອງການພົວພັນສໍາພັນທະມິດລະຫວ່າງ ອາເມລິກາ - ຍີ່ປຸ່ນຄືນໃໝ່ ແລະ ຢໍ້າຄືນເປົ້າໝາຍ ເຊິ່ງສອງປະເທດ ພ້ອມກັນແບ່ງປັນ ນັ້ນແມ່ນ ສ້າງແຫຼມເກົາຫຼີ ປອດນິວເຄຼຍຢ່າງສິ້ນເຊີງ ແລະ ສາມາດຢັ້ງຢືນກວດກາໄດ້ຢ່າງຄົບຖ້ວນ, ກໍຄືຄໍາໝັ້ນສັນຍາຂອງ ອາເມລິກາວ່າ ຈະສືບຕໍ່ຮ່ວມມືກັບ ລັດຖະບານ ຍີ່ປຸ່ນ ກ່ຽວກັບໂຄງການດໍາເນີນງານທີ່ກວ້າງໃຫຍ່ ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາຂອງພາກພື້ນ ແລະ ທົ່ວໂລກ.

        ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ເນັ້ນໜັກວ່າ ຕ້ອງດໍາເນີນການເຈລະຈາທີ່ມີລັກສະນະສ້າງສັນລະຫວ່າງ ຍີ່ປຸ່ນ ແລະ ສ.ເກົາຫຼີ, ກໍຄືການຮ່ວມມືກັບບັນດາຄູ່ຮ່ວມມື ແລະ ສໍາພັນທະມິດ ເພື່ອແນໃສ່ຮັບປະກັນອະນາຄົດໜຶ່ງທີ່ມີຄວາມເສລີ ແລະ ເປີດ ສໍາລັບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

        ຟ້າມຮວນ - ນັກຂ່າວ VOV ປະຈໍາ ອາເມລິກາ

ຕອບກັບ