ອາຊຽນຄວນສາມັກຄີກັນສະກັດກັ້ນການກະທຳລະເມີດກົດໝາຍຂອງຈີນຢູ່ທະເລຕາເວັນອອກ

Chia sẻ
(VOVWORLD) -ບັນດາການກະທຳລະເມີດກົດໝາຍຂອງຈີນ ຢູ່ເຂດທະເລຕາເວັນອອກ ຫວ່າງມໍ່ໆມານີ້, ພິເສດແມ່ນຢູ່ ບ໋າຍຕືຈິ໊ງ ຂອງຫວຽດນາມ, ໄດ້ເຮັດໃຫ້ປະຊາຄົມສາກົນມີຄວາມວິຕົກກັງວົນ.
ອາຊຽນຄວນສາມັກຄີກັນສະກັດກັ້ນການກະທຳລະເມີດກົດໝາຍຂອງຈີນຢູ່ທະເລຕາເວັນອອກ - ảnh 1(ທ່ານ Veeramalla Anjaiah, ນັກຂ່າວ, ນັກສັງເກດການ ການພົວພັນສາກົນຂອງອິນໂດເນເຊຍ) 

ຫວ່າງມໍ່ໆມານີ້, ສື່ສັງຄົມອອນລາຍ Eurasia Review ຂອງອິນໂດເນເຊຍ ໄດ້ລົງບົດນຳດ້ວຍຫົວຂໍ້ວ່າ “ເຄົາລົບກົດໝາຍ: ສັນຕິພາບແມ່ນບຸລິມະສິດແຖວໜ້າຢູ່ທະເລຕາເວັນອອກ”.

        ບົດຂຽນຂອງນັກຂ່າວ, ນັກສັງເກດການ ການພົວພັນສາກົນຂອງອິນໂດເນເຊຍ, ທ່ານ Veeramalla Anjaiah ໄດ້ຊີ້ໃຫ້ເຫັນລັກສະນະຜິດກົດໝາຍໃນບັນດາການກະທຳຂອງຈີນ ຢູ່ທະເລຕາເວັນອອກ, ພິເສດແມ່ນຢູ່ເຂດ ບ໋າຍຕືຈິ໊ງ ຂອງຫວຽດນາມ ແລະ ຖືວ່າ, ສາກົນຄວນສືບຕໍ່ກ່າວປະນາມ, ເພີ່ມຄວາມກົດດັນບັງຄັບໃຫ້ຈີນ ຕ້ອງຖອນກ່ຳປັັ່ນຂອງຕົນອອກຈາກເຂດທະເລຂອງບັນດາປະເທດໃນພາກພື້ນ. ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານ Veeramalla Anjaiah, ໃຫ້ຮູ້ວ່າ.

        “ຈີນ ຢາກຖະແຫຼງອະທິປະໄຕຢູ່ເຂດທະເລຕາເວັນອອກ ດ້ວຍເນື້ອທີ່ເກືອບ 90%, ໃນຈຳນວນນັ້ນແມ່ນນອນໃນເສັ້ນລີ້ນງົວ 9 ຕອນທີ່ກໍ່ຄວາມໂຕ້ຖຽງກັນ ແລະ ບໍ່ອີງຕາມສົນທິສັນຍາສາກົນກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS). ສິ່ງຜິດພາດຢູ່ບ່ອນວ່າ, ຈີນ ເອງໄດ້ລົງນາມໃນ UNCLOS ແຕ່ພັດບໍ່ຢາກປະຕິບັດເອກະສານດັ່ງກ່າວ. ສານຍຸຕິທຳສາກົນໄດ້ປະຕິເສດຖະແຫຼງການກ່ຽວກັບເສັ້ນລີ້ນງົວ 9 ຕອນ, ແຕ່ຈີນ ຍັງເມີນເສີຍ ແລະ ສືບຕໍ່ຈັດວາງອະທິປະໄຕແບບບີບບັງຄັບຢູ່ທະເລຕາເວັນອອກ”.

        ຕາມນັກຂ່າວ Veeramalla Anjaiah ແລ້ວ, ຫວຽດນາມ ບໍ່ແມ່ນປະເທດໜຶ່ງດຽວເຊິ່ງຈີນ ປະຕິບັດບັນດາການກະທຳນາບຂູ່. ທ່ານ Veeramalla ກໍ່ຍົກອອກບັນດາການກະທຳຜິດກົດໝາຍຂອງຈີນ ຢູ່ທະເລຕາເວັນອອກຄື: ການຖົມດິນເປັນເກາະ, ກໍ່ສ້າງເກາະທຽມຢ່າງຜິດກົດໝາຍ, ສະກັດກັ້ນບັນດາການເຄື່ອນໄຫວຫາປາ ແລະ ຂຸດຄົ້ນນ້ຳມັນໃນບັນດາເຂດທະເລຂອງບັນດາປະເທດບ້ານໃກ້ເຮືອນຄຽງຄື ມາເລເຊຍ ຫຼື ຕຳກ່ຳປັ່ນຫາປາຂອງຟີລິບປິນ ໃຫ້ຈົມນ້ຳ, ເອົາລົງກ່ຳປັ່ນຮົບ ແລະ ກ່ຳປັ່ນສະໜາມບິນ ລ້ຽວນິງ ໄປຜ່ານເຂດທະເລຂອງຟີລິບປີນ… ເພາະສະນັ້ນ, ທ່ານ Veeramalla ຖືວ່າ, ບັນດາປະເທດອາຊຽນ ຄວນສາມັກຄີກັນ ເພື່ອສະກັດກັ້ນບັນດາການກະທຳລະເມີດກົດໝາຍຂອງຈີນ ຢູ່ທະເລຕາເວັນອອກ. ທ່ານ Veeramalla, ໃຫ້ຮູ້ຕື່ມອີກວ່າ.

        “ຕົ້ນຕໍຂອງບັນຫາແມ່ນ ບັນດາປະເທດອາຊຽນ ຕ້ອງສາມັກຄີກັນ, ຮ່ວມແຮງຮ່ວມໃຈກັນສ້າງສັນຕິພາບຢູ່ທະເລຕາເວັນອອກ ແລະ ຮຽກຮ້ອງໃຫ້ບັນດາປະເທດເຄົາລົບກົດໝາຍທີ່ມີຢູ່ແລ້ວ. ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ສົມບູນແບບ, ມີຄວາມຜູກມັດດ້ານນິຕິກຳກັບຈີນ. ທີ 2 ແມ່ນ ປະຊາຄົມສາກົນ ແລະ ບັນດາປະເທດໃຫຍ່ໃນໂລກຄື ອາເມລິກາ, ເອີລົບ, ອົດສະຕາລີ, ຍີ່ປຸ່ນ, ອິນເດຍ ຄວນເພີ່ມທະວີຄວາມກົດດັນຕໍ່ຈີນ, ຮຽກຮ້ອງໃຫ້ຢຸດຕິບັນດາການກະທຳລະເມີດກົດໝາຍຢູ່ທະເລຕາເວັນອອກ”.

        ຕາມນັກຂ່າວ Veeramalla ແລ້ວ, ປະຊາຄົມສາກົນ ຕ້ອງສືບຕໍ່ຕຳໜິຕິຕຽນ ແລະ ກ່າວປະນາມບັນດາການກະທຳຜິດກົດໝາຍຂອງຈີນ ໃຫ້ຫຼາຍກວ່າອີກ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອຮັກສາຄວາມໝັ້ນຄົງ, ສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ ເວົ້າສະເພາະ ແລະ ຢູ່ພາກພື້ນເວົ້າລວມ.

ຕອບກັບ