ອ​າ​ຊຽນ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ອາ​ຊຽນຂັ້ນ​ສູງ​ຄັ້ງ​ທີ 35 ແລະ ບັນ​ດາກອງ​ປະ​ຊຸມ​ຂັ້​ນ​ສູງ​ທີ່​ກ່ຽວ​ຂ້ອງ

Chia sẻ
(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ດ້ວຍບົດບາດເປັນປະເທດດຳລົງຕຳແໜ່ງປະທານອາຊຽນໃນປີ 2020, ທ່ານ ຫງວຽນກວກຢຸງ ໄດ້ຕີລາຕາສູງບົດບາດປະທານອາຊຽນຂອງ ໄທ ໃນການຊຸກຍູ້ຜັນຂະ ຫຍາຍບັນດາບຸລິມະສິດຂອງ ອາຊຽນເວົ້າລວມ ແລະ ປີ 2019 ເວົ້າສະເພາະ.
ອ​າ​ຊຽນ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ອາ​ຊຽນຂັ້ນ​ສູງ​ຄັ້ງ​ທີ 35 ແລະ ບັນ​ດາກອງ​ປະ​ຊຸມ​ຂັ້​ນ​ສູງ​ທີ່​ກ່ຽວ​ຂ້ອງ - ảnh 1ທ່ານ ຫງວຽນກວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ (ພາບ:  TTXVN)

ໃນລະຫວ່າງວັນທີ 16 – 19 ກັນຍາ, ຢູ່ບາງກອກໄດ້ດຳເນີນກອງປະຊຸມປຶກສາຫາລືລວມ (JCM) ເພື່ອກະກຽມໃຫ້ແກ່ກອງປະຊຸມອາຊຽນຂັ້ນສູງຄັ້ງທີ 35 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ. ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ, SOM ອາຊຽນ+3, SOM ຂັ້ນສູງ ອາຊີຕາເວັນອອກ (EAS), ກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດງານສະພາ ປະສານງານ ອາຊຽນກ່ຽວກັບເລື່ອງ Timor-Leste ສະເໜີຢາກເປັນສະມາຊິກອາຊຽນ. ທ່ານ ຫງວຽນກວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ດ້ວຍບົດບາດເປັນປະເທດດຳລົງຕຳແໜ່ງປະທານອາຊຽນໃນປີ 2020, ທ່ານ ຫງວຽນກວກຢຸງ ໄດ້ຕີລາຕາສູງບົດບາດປະທານອາຊຽນຂອງ ໄທ ໃນການຊຸກຍູ້ຜັນຂະ ຫຍາຍບັນດາບຸລິມະສິດຂອງ ອາຊຽນເວົ້າລວມ ແລະ ປີ 2019 ເວົ້າສະເພາະ, ຢັ້ງຢືນວ່າຈະສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນ, ແທດຈິງບັນດາບຸລິມະສິດຂອງອາຊຽນເວົ້າລວມ ແລະ ປີ 2019 ເວົ້າສະເພາະ, ຫັນການປະຕິບັດປະຊາຄົມອາຊຽນທີ່ “ມຸ່ງໄປສູ່ປະຊາຊົນ, ຖືປະຊາຊົນເປັນໃຈກາງ” ໃຫ້ປະກົດຜົນເປັນຈິງ.

ຕອບກັບ