ອາ​ຊຽນ ແລະ ຈີນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ວັດ​ທະ​ນະ​ທຳ, ສັງ​ຄົມ ແລະ ເສດ​ຖະ​ກິດ

Chia sẻ
(VOVWORLD) -ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ແລະ ຈີນໃນບັນດາຂົງເຂດວັດທະນະທຳ - ສັງຄົມ ແລະ ເສດຖະກິດ ໃຫ້ຫຼາຍກ່ວາອີກແມ່ນເນືຶ້ອໃນຕົ້ນຕໍເຊິ່ງໄດ້ປຶກສາຫາລືຢູ່ກອງປະຊຸມບັນດາອົງການມິດຕະພາບປະຊາຊົນ ອາຊຽນ - ຈີນ( CACPPFO) ຄັ້ງທີ 12 ເຊິ່ງຈະໄດ້ດຳເນີນໃນວັນທີ 12 ພະຈິກ ຢູ່ນະຄອນ Bandung, ອິນໂດເນເຊຍ.
ອາ​ຊຽນ ແລະ ຈີນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ວັດ​ທະ​ນະ​ທຳ, ສັງ​ຄົມ ແລະ ເສດ​ຖະ​ກິດ - ảnh 1 ບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ ແລະ ຈີນຖ່າຍຮູບລວມໝູ່ (ພາບປະກອບ: TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Sudrajat ປະທານສະຫະພັນຮ່ວມມືເສດຖະກິດ, ສັງຄົມ ແລະ ວັດທະນະທຳ ອິນໂດເນເຊຍ - ຈີນ ໃຫ້ຮູ້ວ່າ ກອງປະຊຸມຈັດຂຶ້ນດ້ວຍເນື້ອໃນຈິດໃຈ ຂອງກອງປະຊຸມ ອາຊີ - ອາຟຼີກາ ປີ 1955 ເຊິ່ງກໍ່ໄດ້ຈັດຕັ້ງຢູ່ Bandung, ນັ້ນແມ່ນຄວາມມານະພະຍາຍາມສ້າງນ້ຳໃຈມິດຕະພາບ ແລະ ການຮ່ວມມືບົນພື້ນຖານໄວ້ເນື້ອເຊື່ອໃຈ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະໜັບສະໜູນສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນໂລກ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການເປີດກວ້າງ ບັນດາຊ່ອງສຳຜັດລະຫວ່າງ ນັກຊ່ຽວຊານ ແລະ ນັກວິທະຍາສາດໃຫ້ຫຼາຍກວ່າອີກ, ປັບປຸງບັນດາພື້ນຖານຮ່ວມມືໃນບັນດາຂົງເຂດກະສິກຳ, ອາຫານການກິນ, ວັນນະຄະດີ, ການອອກແບບ, ປົກປັກຮັກສາສິ່ງແວດລ້ອມ, ຫັນເປັນດີຈີຕອນ ແລະ ພະລັງງານ.

ຕອບກັບ