ອາຊຽນ ເນັ້ນໜັກເຖິງບົດບາດຂອງແມ່ຍິງໃນການຮັກສາສັນຕິພາບ

Chia sẻ
(VOVWORLD) -ບົດບາດຂອງແມ່ຍິງໃນການຮັກສາສັນຕິພາບ, ການດັດສົມ ແລະ ຟື້ນຟູພາຍຫລັງການປະທະກັນແມ່ນບໍ່ອາດຂາດໄດ້ຢ່າງເດັດຂາດ. 

ວັນທີ 12 ພະຈິກ, ຢູ່ນະຄອນຫລວງ ຈາກາຕາ (ປະເທດ ອິນໂດເນເຊຍ), ສະຖາບັນຄົ້ນຄວ້າສັນຕິພາບ ແລະ ໄກ່ເກ່ຍ ອາຊຽນ ໄດ້ສົມທົບກັບກະຊວງການຕ່າງປະເທດ ອິນໂດເນເຊຍ, ອົງການໜູນຊ່ວຍພັດທະນາ ອົດສະຕາລີ ແລະ ກອງທຶນ ອາຊີ ຈັດຕັ້ງກອງປະຊຸມສົນທະນາລະຫວ່າງແມ່ຍິງກ່ຽວກັບສາສະໜາໃນ ອາຊຽນ ດ້ວຍຫົວຂໍ້ວ່າ “ຊຸກຍູ້ຄວາມເຂົ້າໃຈເພື່ອສັງຄົມຮອບດ້ານ ແລະ ສັນຕິພາບ”. ກ່າວຄຳເຫັນທີ່ພິທີໄຂ, ທ່ານ Dato Lim Jock Hoi ເລຂາທິການໃຫຍ່ສະຫະປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງແມ່ຍິງໃນການສົນທະນາລະຫວ່າງສາສະໜາຕ່າງໆ ກໍ່ຄືໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ.

        ທ່ານເລຂາທິການໃຫຍ່ ອາຊຽນ ຖືວ່າ: ບົດບາດຂອງແມ່ຍິງໃນການຮັກສາສັນຕິພາບ, ການດັດສົມ ແລະ ຟື້ນຟູພາຍຫລັງການປະທະກັນແມ່ນບໍ່ອາດຂາດໄດ້ຢ່າງເດັດຂາດ. ໃນຂະນະນັ້ນ, ບັນດາອົງການຈັດຕັ້ງຂອງແມ່ຍິງ, ພິເສດແມ່ນບັນດາອົງການຈັດຕັ້ງທີ່ມີຕາໜ່າງພື້ນຖານໝັ້ນຄົງເຂັ້ມແຂງ, ຊ່ວຍຄົ້ນພົບບັນດາສັນຍານບົ່ງບອກການເຕືອນໄພ ແລະ ສະກັດກັ້ນການປະທະກັນປີນຂັ້ນໄດໂດຍໄວ.

ຕອບກັບ