ອາຊຽນ ​​ຮັບ​ມື​ກັບ​ໂລກລະບາດ​ໄດ້​ເປັນ​ຢ່າ​ງດີ​ພໍ​ສົມຄວນ ດ້ວຍ​ບົດບາດ​ເປັນ​ປະທານ​ອາຊຽນຂອງຫວຽດນາມ

Chia sẻ
(VOVWORLD) -ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີພໍສົມຄວນ ເມື່ອຫວຽດນາມ ຮັບບົດບາດເປັນປະທານໝູນວຽນ ໃນປີ 2020, ນັ້ນແມ່ນການຕີລາຄາລວມຂອງບັນດານັກຮຽນຮູ້ ແລະ ເຈົ້າໜ້າທີ່ ອາຊຽນ ທີ່ກອງປະຊຸມປຶກສາຫາລືທາງອອນລາຍ ດ້ວຍຫົວຂໍ້ “ອາຊຽນ ຢູ່ໃສ ໃນໄລຍະເກີດໂລກລະບາດໂຄວິດ - 19” ໂດຍສູນກົດໝາຍສາກົນ ສັງກັດມະຫາວິທະຍາໄລແຫ່ງຊາດ ສິງກະໂປ ຈັດຕັ້ງຂຶ້ນໃນວັນທີ 20 ພຶດສະພາ.
ອາຊຽນ ​​ຮັບ​ມື​ກັບ​ໂລກລະບາດ​ໄດ້​ເປັນ​ຢ່າ​ງດີ​ພໍ​ສົມຄວນ ດ້ວຍ​ບົດບາດ​ເປັນ​ປະທານ​ອາຊຽນຂອງຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມສຸດຍອດ ອາຊຽນ + 3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 (ພາບ: TTXVN)

        ບັນດານັກຮຽນຮູ້ ແລະ ເຈົ້າໜ້າທີ່ ອາຊຽນ ຢູ່ ສິງກະໂປ ຖືວ່າ ຄວາມຈິງແລ້ວ ອາຊຽນ ປະຕິບັດໄດ້ດີຫຼາຍ ດ້ວຍຄວາມເປັນເອກະພາບໃນພາກພື້ນ, ບໍ່ພຽງແຕ່ໃນການຮັບມືກັບໂລກລະບາດໂຄວິດ - 19 ເທົ່ານັ້ນ ຫາກຍັງໃນການສ້າງຄວາມດຸ່ນດ່ຽງໃນສາຍພົວພັນກັບບັນດາຄູ່ຮ່ວມມືຫຼັກແຫຼ່ງອີກດ້ວຍ.

        ເມື່ອໄດ້ຖາມກ່ຽວກັບຄວາມຮັບຜິດຊອບຂອງຫວຽດນາມ ດ້ວຍຖານະເປັນປະທານ ອາຊຽນ, ທ່ານນາງຕ່າວທິແທັງເຮືອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ສິງກະໂປ ຖືວ່າ ໂລກລະບາດໂຄວິດ - 19 ເກີດຂຶ້ນ ໄດ້ເຮັດໃຫ້ຫຼາຍກອງປະຊຸມຂອງ ອາຊຽນ ຖືກໂຈະໄວ້. ເຖິງວ່າໃດກໍຕາມ, ດ້ວຍຖານະເປັນປະທານໝູນວຽນ ອາຊຽນ, ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກໃນກຸ່ມ ໄດ້ “ມີການກະທໍາຢ່າງວ່ອງໄວ, ເໝາະສົມ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ” ບໍ່ພຽງແຕ່ພາຍໃນກຸ່ມເທົ່ານັ້ນ ຫາກຍັງກັບບັນດາຄູ່ຮ່ວມມືອີກດ້ວຍ. ທ່ານນາງເອກອັກຄະລັດຖະທູດ ຕ່າວທິແທັງເຮືອງ ເນັ້ນໜັກວ່າ ການຮ່ວມມື, ສົມທົບຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດໃນ ອາຊຽນ ໄດ້ຊ່ວຍໃຫ້ບັນດາປະເທດສະມາຊິກສາມາດຄວບຄຸມການແຜ່ລະບາດຂອງໂລກລະບາດ, ປົກປ້ອງຊີວິດຂອງປະຊາຊົນ ແລະ ຄໍ້າປະກັນດ້ານສະບຽງອາຫານ.

        ບັນດານັກຮຽນຮູ້ແຖວໜ້າຂອງສິງກະໂປ ກໍຕີລາຄາວ່າ ຫວຽດນາມ ໄດ້ປະດຕິບັດວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ ດ້ວຍຖານະທັງເປັນປະເທດເອກະລາດ ແລະ ທັງເປັນປະເທດປະທານໝູນວຽນຂອງ ອາຊຽນ. 

ຕອບກັບ