ອາ​ຊຽນ ຄວນ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ດ້ານການ​ເມືອງ - ຄວາມ​ໝັ້ນ​ຄົງ ເພື່ອ​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ

Chia sẻ
(VOVWORLD) -ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 54 (AMM – 54) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 2 ສິງຫາ 2021 ໄດ້ດຳເນີນກອງປະຊຸມສະພາການເມືອງ - ຄວາມໝັ້ນຄົງ ອາຊຽນ ຄັ້ງທີ 23. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ອາ​ຊຽນ ຄວນ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ດ້ານການ​ເມືອງ - ຄວາມ​ໝັ້ນ​ຄົງ ເພື່ອ​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເນັ້ນໜັກວ່າ ໃນສະພາບການໂລກ ແລະ ພາກພື້ນ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍ, ພິເສດແມ່ນການລະເບີດຂອງໂລກລະບາດໂຄວິດ - 19, ຍິ່ງກວ່າເວລາໃດໝົດ ອາຊຽນ ຄວນເພີ່ມທະວີການຮ່ວມມືດ້ານການເມືອງ - ຄວາມໝັ້ນຄົງ ເພື່ອຮັບປະກັນສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ; ນີ້ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອຮັບມືກັບໂລກລະບາດຢ່າງມີປະສິດທິຜົນ, ຊຸກຍູ້ການຟື້ນຟູ ແລະ ຮັກສາການເຕີບໂຕຢູ່ພາກພື້ນ. ຕໍ່ໜ້າສະພາບການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດພວມເພີ່ມຂຶ້ນ, ອາຊຽນ ຄວນມີວິທີການສຳຜັດທີ່ຮອບດ້ານໃນສາຍພົວພັນກັບບັນດາຄູ່ຮ່ວມມືໃນປັດຈຸບັນ ກໍຄື ຮ່ວມມືກັບບັນດາຄູ່ຮ່ວມມືໃໝ່ທີ່ມີກຳລັງບົ່ມຊ້ອນ. ຕາມນັ້ນແລ້ວ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ສຳຫຼວດຄືນຂັ້ນຕອນ ແລະ ລະບຽບການເຄື່ອນໄຫວຂອງບັນດາກົນໄກ ໂດຍ ອາຊຽນ ນຳພາ ເພື່ອສືບຕໍ່ຮັກສາເປົ້າໝາຍ, ຄຸນຄ່າ ແລະ ບົດບາດຂອງບັນດາກົນໄກດັ່ງກ່າວ ກໍຄືຊຸກຍູ້ການເຂົ້າຮ່ວມ ແລະ ການໂອ້ລົມສົນທະນາຢ່າງມີລັກສະນະສ້າງສັນຂອງບັນດາຄູ່ຮ່ວມມື.

      ຕອນບ່າຍວັນດຽວກັນ, ໃນຂອບເຂດກອງປະຊຸມ ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 54 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ໄດ້ດຳເນີນວາລະສົນທະນາປະຈຳປີລະຫວ່າງບັນດາລັດຖະມົນຕີການຕ່າງປະເທດກັບບັນດາຜູ້ຕາງໜ້າຂອງຄະນະກຳມະການລະຫວ່າງລັດຖະບານ ອາຊຽນກ່ຽວກັບສິດທິມະນຸດ (AICHR)

     ບັນດາລັດຖະມົນຕີໄດ້ຊົມເຊີຍ AICHR ຊຶ່ງໄດ້ຮັບປະກັນປະສິດທິຜົນ ແລະ ຄວາມຄືບໜ້າຜັນຂະຫຍາຍບັນດາວຽກງານໃນ “ສະພາບປົກກະຕິໃໝ່” ປັບປຸງຢ່າງທັນການບັນດາການເຄື່ອນໄຫວເພື່ອຕອບສະໜອງ ແລະ ແກ້ໄຂບັນດາບັນຫາສິດທິມະນຸດໃໝ່ຂະຍະທີ່ການແຜ່ລະບາດຂອງໂຄວິດ-19 ຮອບທີ 4 ພວມເກີດຂຶ້ນຢ່າງຮ້າຍແຮງໃນພາກພື້ນ.

 ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນທ້າຍອຽນເຮືອງ ຜູ້ຕາງໜ້າຫວຽດນາມປະຈຳ  AICHR ເນັ້ນໜັກວ່າ AICHR ຄວນສຸມແຫຼ່ງກຳລັງເພື່ອຕອບສະໜອງບັນດາຄວາມຕ້ອງການຢ່າງຮີບດ່ວນ, ຈຳເປັນ ແລະ ສິດອັນເປັນພື້ນໂຖານຂອງປະຊາຊົນຄື ການຊົມໃຊ້ວັກຊິນ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ແຫຼ່ງນ້ຳສະອາດ, ການສຶກສາ ແລະວຽກເຮັດງານທຳ….

 

ຕອບກັບ