ອາ​ຊຽນ 2020: ກຸ່ມ​​ເຈົ້າ​ຫ​ນ້າ​ທີ່​ອາ​ວຸ​ໂສ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ຈັດ​ກອງ​ປະ​ຊຸມ​ອອນ​ລາຍ

Chia sẻ
(VOVWORLD) -ວັນທີ 12 ພຶດສະພາ, ກຸ່ມເຈົ້າຫນ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ຈັດກອງປະຊຸມອອນລາຍ  (ADSOM WG) ຢູ່ຮ່າໂນ້ຍ. ກອງປະຊຸມເພື່ອແນໃສ່ຊຸກຍູ້ບັນດາຂໍ້ລິເລີ່ມຂອງ ຫວຽດນາມໃນປີເປັນປະທານອາຊຽນ 2020 ແລະ ກະກຽມໃຫ້ແກ່ກອງປະຊຸມອອນລາຍ ເຈົ້າຫນ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ  (ADSOM) ເຊິ່ງຈະໄດ້ຈັດຕັ້ງຂຶ້ນໃນວັນທີ 15 ພຶດສະພາຈະມາເຖິງ.
ອາ​ຊຽນ 2020: ກຸ່ມ​​ເຈົ້າ​ຫ​ນ້າ​ທີ່​ອາ​ວຸ​ໂສ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ຈັດ​ກອງ​ປະ​ຊຸມ​ອອນ​ລາຍ - ảnh 1ກອງປະຊຸມທາງອອນລາຍ ADSOM WG (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວຫນ້າ ເຈົ້າຫນ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ຫວຽດນາມ ( ADSOM - ຫວຽດນາມ)ໄດ້ເນັ້ນໜັກວ່າ: ໃນຖານະຕຳແໜ່ງແມ່ນປະເທດເຈົ້າພາບຈັດຕັ້ງ, ຫວຽດນາມ ຈະປະຕິບັດຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດສຳເລັດເນື້ອໃນທີ່ວາງອອກດ້ວຍໝາກຜົນທີ່ດີທີ່ສຸດ, ປອດໄພທີ່ສຸດ ແລະ ສູງສຸດ. ທ່ານພົນໂທຫງວຽນຈີວິ້ງໄດ້ສະເໜີວ່າ ກອງປະຊຸມຕີລາຄາຄືນໃໝ່ປະສິດທິຜົນຂອງບັນດາການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ຫຼາຍຝ່າຍລະຫວ່າງ ບັນດາປະເທດອາຊຽນກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ກໍ່ຄືບັນດາໂຄງການດຳເນີນງານອາຊຽນ 2020 ແລະ ກະກຽມແຜນການໃໝ່ເພື່ອບັນລຸໄດ້ໝາກຜົນດີທີ່ສຸດ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດຂອງ ອາຊຽນໃນປີ 2020, ດ້ວຍບາງເນື້ອໃນຫຼັກແຫຼ່ງແມ່ນ: ອັບເດດວິວັດທະນາການຮ່ວມມືດ້ານປ້ອງກັນຊາດ ອາຊຽນຕີລາຄາບາງຂໍ້ລິເລີ່ມໃໝ່ໃນ ADMM, ແຜນການເຄື່ອນໄຫວ 3 ປີຂອງ ADMM (2020 - 2022), ແຜນການເຄື່ອນໄຫວ 3 ປີ ຂອງບັນດາກຸ່ມນັກຊ່ຽວຊານ ADMM+ (2020 - 2022)

ຕອບກັບ