ອອກ​ວີ​ຊາ​ເອ​ເລັກ​ໂຕ​ນິກ​ໃຫ້​ແກ່​ພົນ​ລະ​ເມືອງ 80 ປະ​ເທດ

Chia sẻ
(VOVWORLD) -ຕາມມະຕິສະບັບເລກທີ 79/NQ – CP ແລ້ວ, ມີດ່ານຊາຍແດນທາງອາກາດ 8 ແຫ່ງ, ດ່ານຊາຍແດນທາງບົກ 16 ແຫ່ງ ແລະ ດ່ານຊາຍແດນທາງທະເລ 13 ແຫ່ງ ອະນຸຍາດໃຫ້ຊາວຕ່າງປະເທດເຂົ້າ - ອອກເມືອງດ້ວຍວີຊາເອເລັກໂຕນິກ.

        ລັດຖະບານ ຫວຽດນາມຫາກໍ່ປະກາດໃຊ້ມະຕິເລກທີ 79/NQ – CP ກ່ຽວກັບບັນຊີລາຍຊື່ 80 ປະເທດທີ່ມີພົນລະເມືອງໄດ້ຮັບວີຊາເອເລັກໂຕນິກ, ບັນຊີລາຍຊື່ບັນດາດ່ານຊາຍແດນສາກົນທີ່ອະນຸຍາດໃຫ້ຊາວຕ່າງປະເທດເຂົ້າ - ອອກເມືອງດ້ວຍວີຊາເອເລັກໂຕນິກຄື: ຈີນ, ຝລັ່ງ, ສ.ເກົາຫຼີ, ອາເມລິກາ…

        ຕາມມະຕິສະບັບດັ່ງກ່າວແລ້ວ, ມີດ່ານຊາຍແດນທາງອາກາດ 8 ແຫ່ງ, ດ່ານຊາຍແດນທາງບົກ 16 ແຫ່ງ ແລະ ດ່ານຊາຍແດນທາງທະເລ 13 ແຫ່ງ ອະນຸຍາດໃຫ້ຊາວຕ່າງປະເທດເຂົ້າ - ອອກເມືອງດ້ວຍວີຊາເອເລັກໂຕນິກ.

ຕອບກັບ