ອີ​ຣານ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ຄືນ​ໃໝ່

Chia sẻ
(VOVWORLD) -ທ່ານ Hossein Amir Abdollahian ຊີ້ແຈ້ງວ່າ ອີຣານ ຈະບໍ່ປະລະການເຈລະຈາ ແລະຈະສືບຕໍ່ໄປຕາມ ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນ.
ອີ​ຣານ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ຄືນ​ໃໝ່ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir Abdollahian (ພາບ: IRNA/TTXVN)

ວັນທີ 24 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir Abdollahian ໃຫ້ຮູ້ວ່າ ບັນດາການເຈລະຈາກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ທີ່ໄດ້ລົງນາມເມື່ອປີ 2015 ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ໂດຍໄວ ແລະ ລັດຖະບານໃໝ່ຂອງປະເທດນີ້ ພວມພິຈາລະນາວິທີການດຳເນີນການເຈລະຈາຢ່າງມີປະສິດທິຜົນໃນນະໂຍບາຍການຕ່າງປະເທດຂອງຕົນ. ກ່າວຄໍຳເຫັນໃນການປະຊຸມຖະແຫຼງຂ່າວຢູ່ນອກ ກອງປະຊຸມສະມັດຊາໃຫຍ່ ສປຊ ຢູ່ນະຄອນ ນິວຢອກ (ອາເມລິກາ), ທ່ານ Hossein Amir Abdollahian ຊີ້ແຈ້ງວ່າ ອີຣານ ຈະບໍ່ປະລະການເຈລະຈາ ແລະຈະສືບຕໍ່ໄປຕາມ ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນ. ເຖິງຢ່າງໃດກໍຕາມ, ທ່ານບໍ່ເຜີຍໃຫ້ຮູ້ວັນເວລາທີ່ຄາດວ່າຈະເຊື່ອມຕໍ່ການເຈລະຈາຄືນໃໝ່.


ຕອບກັບ