ອີ​ຣານ ກ​ຽມ​ພ້ອມ​ແລກ​ປ່ຽນ​ນັກ​ໂທດ​ກັບ ອາ​ເມ​ລິ​ກາ

Chia sẻ
(VOVWORLD) -          ວັນທີ 14 ທັນວາ, ກະຊວງການຕ່າງປະເທດ ອີຣານ ໄດ້ຖະແຫຼງວ່າ ເຕເຮຣານ ກຽມພ້ອມແລກປ່ຽນນັກໂທດກັບ ອາເມລິກາ ແຕ່ປະຕິເສດກໍລະນີດຳເນີນການເຈລະຈາສອງຝ່າຍ ກ່ຽວກັບບັນຫາຕ່າງໆ.
ອີ​ຣານ ກ​ຽມ​ພ້ອມ​ແລກ​ປ່ຽນ​ນັກ​ໂທດ​ກັບ ອາ​ເມ​ລິ​ກາ  - ảnh 1 ທ່ານໂຄສົກກະຊວງການຕ່າງປະເທດ ອີຣານ Abbas Mousavi ທີ່ການຖະແຫຼງຂ່າວ ຢູ່ເຕເຮຣານ (ພາບ: IRNA/TTXVN)

ໃນວັນດຽວກັນ, ໂຄສົກສະພາປ້ອງກັນຄວາມສະຫງົບສູງສຸດຂອງ ອີຣານ, ທ່ານ ໂຄຣາວີ ໄດ້ຖະແຫຼງວ່າ ການແລກປ່ຽນນັກໂທດລະຫວ່າງ ອີຣານ ແລະ ອາເມລິກາ ບໍ່ແມ່ນການເປີດສາກເສັ້ນທາງກ້າວເດີນໃໝ່ໃຫ້ແກ່ການເຈລະຈາສອງຝ່າຍ. ຕາມທ່ານແລ້ວ, ການແລກປ່ຽນນັກໂທດ ໄດ້ຮັບການປະຕິບັດ ໂດຍອີງໃສ່ວິທີສຳຜັດມະນຸດສະທຳຂອງ ອີຣານ ແລະ ບໍ່ມີການເຈລະຈາທຸກຄັ້ງໃດ. ຄຳກ່າວປາໄສດັ່ງກ່າວຂອງ ອີຣານ ໄດ້ຖືກຍົກອອກມາພາຍຫຼັງ ທີ່ທ່ານ ເບີຣຽນຫົກ ທູດພິເສດກ່ຽວກັບບັນຫາ ອີຣານຂອງ ອາເມລິກາ ໃນວັນທີ 11 ທັນວາ ໄດ້ຖືວ່າ ການແລກປ່ຽນນັກໂທດລະຫວ່າງ ອາເມລິກາ ແລະ ອີຣານ ຈະພາໄປເຖິງການປຶກສາຫາລືທີ່ກວ້າງຂວາງກວ່າ ກ່ຽວກັບບັນດາບັນຫາກົງສູນ ລະຫວ່າງສອງປະເທດ. ສ່ວນ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ມາຍ ປອມແປວ ໃນວັນທີ 11 ທັນວາ ກໍໄດ້ສະແດງຄວາມປາດຖະໜາ ຈະດຳເນີນການເຈລະຈາກັບ ອີຣານ ຕື່ມອີກ ເພື່ອປ່ອຍຕົວບັນດານັກໂທດເປັນອິດສະຫຼະ.


ຕອບກັບ