(ພາບປະກອບ: rappler) (vovworld) - ທ່ານກຳມະການເອີລົບ ຜູ້ຮັບຜິດຊອບດ້ານການຄ້າ Cecilia Malmstrom ແລະ ລັດຖະມົນຕີການຄ້າຂອງຟິລິບປີນ Gregoy Domingo ໄດ້ເຫັນດີດຳເນີນການເຈລະຈາກ່ຽວກັບສັນຍາການຄ້າເສລີ (FTA). ນີ້ໄດ້ຮັບຖືວ່າແມ່ນບາດກ້າວສຳຄັນໃນການພົວພັນລະຫວ່າງອີຢູ ກັບ ຟິລິບປີນ, ກໍຄືເປັນຫຼັກການກ່ຽວກັບຄຳໝັ້ນສັນຍາຂອງອີຢູ ສຳລັບເຂດອາຊີຕາເວັນອອກສ່ຽງໃຕ້. ໃນຖະແຫຼງການໜື່ງ, ອີຢູ ໃຫ້ຮູ້ວ່າ 2 ຝ່າຍລ້ວນແຕ່ປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງລວມດ້ວຍບັນຫາຕ່າງໆ, ໃນນັ້ນມີການຍົກເລີກພາສີອາກອນ ແລະ ບັນດາຮົ້ວກີດຂວາງອື່ນໆສຳລັບດ້ານການຄ້າ, ການບໍລິການ ແລະ ການລົງທຶນ… ຮອບເຈລະຈາຄັ້ງທຳອິດຄາດວ່າ ຈະດຳເນີນໃນຕົ້ນປີ 2016 ຢູ່ຟິລິບປີນ. Từ khóa: vovworld vov FTA
ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມທາງລັດຖະກິດ ກຸຍບາ ຢ່າງເປັນທາງການ ແລະ ດຳເນີນການພົບປະເຈລະຈາຂັ້ນສູງ
ການເລືອກຕັ້ງຢູ່ ອາເມລິກາ 2024: ທ່ານນາງ K. Harris ພວມມີທ່າໄດ້ປຽບຕໍ່ທ່ານ D.Trump ຢູ່ລັດທີ່ລົງຫາສຽງເລືອກຕັ້ງ Michigan ແລະ Pennsylvania