ອີຢິບປາດຖະໜາຢາກພັດທະນາການພົວພັນກັບຫວຽດນາມ

Chia sẻ
(VOVWORLD) -ການຢ້ຽມຢາມຄັ້ງນີ້ ຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ກໍຄືບັນດາການພົບປະລະຫວ່າງບັນດາເຈົ້າໜ້າທີ່ ສອງປະເທດ ເຊິ່ງທັງສອງຝ່າຍໄດ້ປະຕິບັດ ເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ. 

ອີຢິບປາດຖະໜາຢາກພັດທະນາການພົວພັນກັບຫວຽດນາມ - ảnh 1

ໜັງສືພິມລາຍອາທິດ Egyptian Mail ລົງພິມບົດຂຽນ ແລະ ຮູບພາບກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ອີຢິບຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ 

 (ພາບ: Vietnam+ )

ໜັງສືພິມເອເລັກໂຕນິກ Ahram ຫາກໍໄດ້ລົງບົດຂຽນ ກ່ຽວກັບການຢ້ຽມຢາມອີຢິບຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ. ໜັັງສືພິມເອເລັກໂຕນິກ Ahram ໄດ້ຄັດສະເໜີຄໍາກ່າວປາໄສຂອງທ່ານປະທານາທິບໍດີ Sisi ໂດຍໃຫ້ຂໍ້ສັງເກດວ່າການຢ້ຽມຢາມຄັ້ງນີ້ ຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ກໍຄືບັນດາການພົບປະລະຫວ່າງບັນດາເຈົ້າໜ້າທີ່ ສອງປະເທດ ເຊິ່ງທັງສອງຝ່າຍໄດ້ປະຕິບັດ ເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ. ທ່ານປະທານາທິບໍດີ Sisi ໃຫ້ຮູ້ວ່າ ການນໍາສອງປະເທດ ໄດ້ມີການເຈລະຈາ, ປຶກສາຫາລືບັນດາມາດຕະການ ສໍາເລັດຜົນ ເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍໃນຂັ້ນຕ່າງໆ.

        ໃນຂະນະນັ້ນ, ໜັງສືພິມລາຍອາທິດ Egyptian Mail – ໃນໜ້າທໍາອິດ ສະບັບອອກວັນທີ 28 ສິງຫາ, ກໍ່ໄດ້ລົງພິມບົດຂຽນ ແລະ ຮູບພາບກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ອີຢິບຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ. ຕາມໜັງສືພິມລາຍອາທິດ Egyptian Mail ແລ້ວ, ການພົບປະຄັ້ງສຸດຍອດລະຫວ່າງ ທ່ານປະທານາທິບໍດີ Sisi ແລະ ທ່ານປະທານປະເທດ ເຈິ່ນດ້າຍກວາງ ແມ່ນມີຄວາມໝາຍສໍາຄັນທີ່ສຸດ, ໄດ້ສ່ອງແສງເຈດຈໍານົງດ້ານການເມືອງ ເພື່ອແນໃສ່ຊຸກຍູ້ການພົວພັນຫຼາຍດ້ານລະຫວ່າງສອງປະເທດ;  ໜັງສີພິມດັ່ງກ່າວ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ອີຢິບ ແລະ ຫວຽດນາມ ພ້ອມກັນມຸ່ງໄປເຖິງເລື່ອງຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການລົງທຶນ.

        ສໍານັກຂ່າວສານແຫ່ງລັດ MENA ຂອງ ອີຢິບ ກໍໄດ້ຄັດສະເໜີ, ຄໍາກ່າວປາໄສຂອງໂຄສົກຂອງປະທານາທິບໍດີ, ທ່ານເອກອັກຄະລັດຖະທູດ  Bassam Radi  ຖືວ່າ ການພົບປະເຈລະຈາລະຫວ່າງ ທ່ານປະທານາທິບໍດີ Sisi ແລະ ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ສະແດງໃຫ້ເຫັນເຖິງການພັດທະນາຢ່າງຕັ້ງໜ້າ, ບຸກທະລຸໃນການພົວພັນສອງຝ່າຍ. 


ຕອບກັບ