ອີຢູບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນຫາອາກາດສຳຄັນ

Chia sẻ
(VOVWORLD) -ເຖິງຢ່າງໃດກໍ່ຕາມ, ຂໍ້ຕົກລົງບໍ່ໄດ້ຮັບຄວາມເຫັນດີຈາກສະມາຊິກໜຶ່ງຂອງອີຢູ (ບໍ່ມີອັງກິດ) ແມ່ນໂປໂລຍ.

ອີຢູບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນຫາອາກາດສຳຄັນ - ảnh 1 ບັນດາການນຳສະຫະພາບເອີລົບ

 (ພາບປະກອບ: THX/TTXVN)

ວັນທີ 12 ທັນວາ, ບັນດາການນຳສະຫະພາບເອີລົບ (ອີຢູ) ບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນຫາອາກາດສຳຄັນ ເອື້ອອຳນວຍໃຫ້ແກ່ກຸ່ມນີ້ປະຕິບັດເປົ້າໝາຍການລົບລ້າງການປ່ອຍອາຍພິດ ກາກບອນ (carbon) ໃນປີ 2050.

        ເຖິງຢ່າງໃດກໍ່ຕາມ, ຂໍ້ຕົກລົງບໍ່ໄດ້ຮັບຄວາມເຫັນດີຈາກສະມາຊິກໜຶ່ງຂອງອີຢູ (ບໍ່ມີອັງກິດ) ແມ່ນໂປໂລຍ. ແບ່ງປັນໃນສື່ສັງຄົມອອນລາຍ Twitter ສ່ວນຕົວ, ທ່ານປະທານສະພາເອີລົບ Charles Michel ໄດ້ຢັ້ງຢືນຂໍ້ມູນທີ່ວ່າ ອີຢູ ບັນລຸໄດ້ຂໍ້ຕົກລົງກ່ຽວກັບເປົ້າໝາຍອາກາດສຳຄັນດັ່ງກ່າວ. ໃນຂະນະນັ້ນ, ວົງການເຈົ້າໜ້າທີ່ການທູດໂປໂລຍ ໃຫ້ຮູ້ວ່າ, ປະເທດນີ້ປະຕິເສດການເຂົ້າຮ່ວມຂໍ້ຕົກລົງ.

        ຕາມບັນດາແຫຼ່ງຂ່າວແລ້ວ, ຂໍ້ຕົກລົງຂອງອີຢູ ຊີ້ແຈ້ງວ່າ, ໃນຈຸດເວລານີ້ ມີບາງປະເທດສະມາຊິກຂອງກຸ່ມຍັງບໍ່ສາມາດເຂົ້າຮ່ວມເປົ້າໝາຍດັ່ງກ່າວນັ້ນໄດ້ເທື່ອ ແລະ ອີຢູ ຈະປຶກສາຫາລືບັນຫານີ້ຄືນໃໝ່ໃນເດືອນ ມິຖຸນາ 2020.

ຕອບກັບ