ອີ​ຕາ​ລີ​ດຳ​ເນີນ​ການ​ລົງ​ປະ​ຊາ​ມະ​ຕິ ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູນ

Chia sẻ

(VOVWORLD) - ວັນທີ 20 ກັນຍາ, ພົນລະເມືອງ ອີຕາລີ ກ່ວາ 46 ລ້ານຄົນ ເຂົ້າຮ່ວມການປ່ອນບັດໃນການ ລົງປະຊາມະຕິກ່ຽວກັບການຫຼຸດ ຈຳນວນສະມາຊິກລັດຖະສະພາ.


ອີ​ຕາ​ລີ​ດຳ​ເນີນ​ການ​ລົງ​ປະ​ຊາ​ມະ​ຕິ ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູນ - ảnh 1

ຜູ້ມີສິດເລືອກຕັ້ງມາປ່ອນບັດຢູ່ຈຸດເລືອກຕັ້ງຢູ່ Rome ອີຕາລີ (ພາບ: AFP/TTXVN)

ການລົງປະຊາມະຕິກ່ຽວກັບການຫຼຸດຈຳນວນສະມາຊິກຢູ່ທັງສອງລັດຖະລັດຖະໄດ້ຖືວ່າແມ່ນການເລີ່ມດຳເນີນຂອງວິວັດການປະຕິຮູບລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງຂອງອີຕາລີ. ໝາກຜົນຂອງການລົງປະຊາມະຕິນີ້ ກໍ່ຈະສ້າງຜົນກະທົບຕໍ່ສະພາບການດ້ານການເມືອງຂອງປະເທດນີ້, ພິເສດແມ່ນຄວາມສະຖຽນລະພາບຂອງລັດຖະບານໃນປັດຈຸບັນ ຍ້ອນວ່າ 2 ພັກຫຼັກແຫຼ່ງໃນສະຫະພັນກຳອຳນາດແມ່ນ M5S ແລະ PD ພວມມີບັນດາຄວາມບໍ່ລົງລອຍກັນ ກ່ຽວກັບບັນຫາຫຼຸດຜ່ອນຈຳນວນສະມາຊິກລັດຖະສະພາ.

ຕອບກັບ