ອິດ​ສະ​ຣ​າ​ແອັນ ສ້າງ​ຕັ້ງ​ລັດ​ຖະ​ບານ ໃໝ່

Chia sẻ
(VOVWORLD) - ວັນທີ 13 ມິຖຸນາ, ລັດຖະບານ ອິດສະຣາແອັນ ໄດ້ສາບານຕົວຮັບດຳລົງຕຳແໜ່ງ ພາຍຫຼັງທີ່ສະພາແຫ່ງຊາດປະເທດນີ້ ປ່ອນບັດຮັບຮອງເອົາໃນວັນດຽວກັນ.
ອິດ​ສະ​ຣ​າ​ແອັນ ສ້າງ​ຕັ້ງ​ລັດ​ຖະ​ບານ ໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ຄົນໃໝ່ຂອງ ອິດສະຣາແອັນ Naftali Bennett  ສາບານຕົວຮັບດຳລົງຕຳແໜ່ງ (ພາບ: Reuters)

ລັດຖະບານໃໝ່ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍອີງໃສ່ຂໍ້ຕົກລົງລະຫວ່າງສໍາພັນທະມິດ 8  ພັກຝ່າຍຄ້ານ ກັບ ນາຍົກລັດຖະມົນຕີ Benjamin Netanyahu ເຊິ່ງເປັນຜູ້ທີ່ກຳອຳນາດ 12 ປີ ຢ່າງຕໍ່ເນື່ອງ.

ຕາມຂໍ້ຕົກລົງສະບັບດັ່ງກ່າວແລ້ວ, ທ່ານ Naftali Bennett (ອາຍຸ 49 ປີ) ຈະເປັນນາຍົກລັດຖະມົນຕີໝູນວຽນ ໃນລັດຖະບານຮ່ວມສຳພັນ ຈົນຮອດເດືອນສິງຫາ 2023, ຫຼັງຈາກນັ້ນ ຈະມອບໂອນສິດອໍານາດໃຫ້ທ່ານ Yair Lapid ປະທານພັກ Yesh Atid ໃຫ້ດຳລົງຕຳແໜ່ງໃນເຄິ່ງອາຍຸການທີ່ຍັງເຫຼືອ. ບັນດາພັກການເມືອງທີ່ເຂົ້າຮ່ວມລັດຖະບານຮ່ວມສຳພັນ ລວມມີ ພັກ Yesh Atid, ພັກ ຂຽວ ແລະ ຂາວ, ພັກ Yisrael Beytenu, ພັກແຮງງານ, ພັກ Yamina, ພັກແຫ່ງຄວາມຫວັງໃໝ່, ພັກ Meretz ແລະ Ra’am.


ຕອບກັບ