ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15

Chia sẻ
(VOVWORLD) -ບັນດາບົດປະພັນໄດ້ເຕື້ອງເຖິງທຸກດ້ານຄື: ການດຳລົງຊີວິດ, ການເມືອງ, ເສດຖະກິດ, ສັງຄົມຂອງປະເທດຊາດ
ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 1

ຕອນຄ່ຳວັນທີ 06 ສິງຫາ, ຢູ່ໂຮງລະຄອນ ນະຄອນໂຮ່ຈີມິນ ໄດ້ຈັດພິທີອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022. ກ່າວຄຳເຫັນທີພິທີອັດ, ທ່ານ ໂດ້ຕຽນຊິ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ເນັ້ນໜັກວ່າ ງານມະໂຫລານຄັ້ງນີ້ມີຫຼາຍ “ຈຸດພົ້ນເດັນທີ່ສຸດ” ດ້ວຍຈຳນວນຄະນະຜູ້ແທນ, ຜູ້ຕາງໜ້າ, ບົດປະພັນເຂົ້າຮ່ວມງານເສັງ, ປະເພດລາງວັນ, ຈຳນວນລາງວັນຫຼາຍທີ່ສຸດເມື່ອທຽບໃສ່ຄັ້ງກ່ອນໆນີ້.

ຕີລາຄາກ່ຽວກັບຄຸນນະພາບບັນດາບົດປະພັນເຂົ້າຮ່ວມການເສັງໃນຄັ້ງນີ້, ທ່ານ ໂດ້ຕຽນຊິ ໃຫ້ຮູ້ວ່າ, ບັນດາບົດປະພັນໄດ້ເຕື້ອງເຖິງທຸກດ້ານຄື: ການດຳລົງຊີວິດ, ການເມືອງ, ເສດຖະກິດ, ສັງຄົມຂອງປະເທດຊາດ; ໃນນັ້ນ ພົ້ນເດັນແມ່ນເລື່ອງຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ; ບັນດາມາດຕະການແກ້ໄຂເພື່ອຟື້ນຟູ ແລະ ພັດທະນາເສດຖະກິດພາຍຫຼັງໂລກລະບາດໂຄວິດ-19; ວຽກງານກໍ່ສ້າງພັກ, ການປ້ອງກັນ ຕ້ານການສໍ້ຫຼາດບັງຫຼວງ…

ທີ່ພິທີອັດ, ຄະນະຈັດຕັ້ງໄດ້ມອບ 1 ລາງວັນພິເສດ, 28 ລາງວັນຄຳ, 58 ລາງວັນເງິນ, 71 ລາງວັນທອງ, ຫຼາຍລາງວັນຊົມເຊີຍ.

ພະແນກກະຈາຍສຽງພາກພາສາຕ່າງປະເທດ (VOV5) ໄດ້ຮັບ 2 ລາງວັນຄຳ, 1 ລາງວັນເງິນທີ່ງານມະໂຫລານຄັ້ງນີ້.

-         ບົດປະພັນ “ນະຄອນໃນຄວາມຊົງຈຳຂອງຂ້ອຍ” ຂອງ VOV5 (ທຸຮວາ, ຮົ່ງແອັງ - ແອັງຕວນ) ໄດ້ຮັບລາງວັນຄຳປະເພດສາລະຄະດີ ແລະ ສຳພາດ.

-         ບົດປະພັນ “ພົບປະ Kenjah David - ເອກອັກຄະລັດຖະທູດດົນດີ ຝລັ່ງ ຢູ່ ຫວຽດນາມ” ຂອງ VOV5 (ດຶກກຸຍ - ຖຸ່ຍວັນ - ແທັງເຟືອງ - ເຟືອງແອັງ) ໄດ້ຮັບລາງວັນຄຳປະເພດກະຈາຍສຽງສົດ.

-         ບົດປະພັນ “ຄວາມຮັກຕໍ່ຊາວ ຫວຽດນາມ ຜູ້ໃຈບຸນ, ກ້າຫານ ແລະ ແບ່ງປັນໃນໃຈກາງໂລກລະບາດ ອິນໂດເນເຊຍ” ຂອງ ເຮືອງຈ່າ (VOV5) ໄດ້ຮັບລາງວັນເງິນປະເພດ ສາລະຄະດີ - ສຳພາດ.

ຕອບກັບ