ອັດງານບຸນວັດທະນະທຳແຜ່ນແພພື້ນເມືອງຫວຽດນາມ ຄັ້ງທີ 2 ປີ 2020

Chia sẻ
(VOVWORLD) -ງານບຸນນີ້ໄດ້ເປັນການປະກອບສ່ວນສຳຄັນເຂົ້າໃນການອະນຸລັກຮັກສາ, ຟື້ນຟູ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າຫວຽດນາມ

ອັດງານບຸນວັດທະນະທຳແຜ່ນແພພື້ນເມືອງຫວຽດນາມ ຄັ້ງທີ 2 ປີ 2020 - ảnh 1 ພິທີອັດງານບຸນ

(ພາບ: nhandan.com.vn)

ພາຍຫຼັງດຳເນີນໄປມາເປັນເວລາເກືອບ 1 ອາທິດ, ດ້ວຍການເຄື່ອນໄຫວທີ່ເປັນເອກະລັກສະເພາະຫຼາຍຢ່າງ, ຕອນຄ່ຳວັນທີ 29 ພະຈິກ, ນະຄອນ ຢາເຫງັ້ຍ, ແຂວງ ດັ໊ກນົງ, ໄດ້ຈັດພິທີອັດງານບຸນວັດທະນະທຳແຜ່ນແພພື້ນເມືອງຫວຽດນາມ ຄັ້ງທີ 2 ປີ 2020.

        ດ້ວຍຫົວຂໍ້ວ່າ “ງານບຸນວັດທະນະທຳ ແລະ ທ່ອງທ່ຽວ - ສິ່ງຍອດຍິ່ງຝ່າຍຕາເວັນອອກ”, ງານບຸນນີ້ໄດ້ເປັນການປະກອບສ່ວນສຳຄັນເຂົ້າໃນການອະນຸລັກຮັກສາ, ຟື້ນຟູ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າຫວຽດນາມ ຄື: ວັດທະນະທຳແຜ່ນແພພື້ນເມືອງ, ຈັດພິທີກຳທີ່ເປັນມູນເຊື້ອຂອງບັນດາເຜົ່າສ່ວນໜ້ອຍຄືນໃໝ່; ການເຮັດອາຊີບຕ່ຳແຜ່ນແພເມືອງຂອງບັນດາເຜົ່າຫວຽດນາມ; ສະແດງແຟຊັນແຜ່ນແພພື້ນເມືອງ…

ຕອບກັບ