ອັງ​ກິດ​ເຊື່ອ​ໝັ້ນ​ວ່າ ຈະ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງທາງ​ດ້ານ​ການ​ຄ້າ​ເສ​ລ​ີກັບ EU ຫຼັງ Brexit

Chia sẻ
(VOVWORLD) -ອັງກິດເຊື່ອໝັ້ນວ່າ ປະເທດນີ້ ແລະ ສະຫະພາບເອີລົບ (EU) ຈະບັນລຸໄດ້ຂໍ້ຕົກລົງ ດ້ານການຄ້າເສລີສະບັບໜຶ່ງຫຼັງ Brexit ສະບັບໜຶ່ງ.
ອັງ​ກິດ​ເຊື່ອ​ໝັ້ນ​ວ່າ ຈະ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງທາງ​ດ້ານ​ການ​ຄ້າ​ເສ​ລ​ີກັບ EU ຫຼັງ Brexit - ảnh 1ທ່ານ Michael Gove ຫົວໜ້າຫ້ອງການຄະນະລັດຖະບານອັງກິດ,ເຈົ້າໜ້າທີ່ແຖວໜ້າຂອງລັດຖະບານອັງກິດ (ພາບ: TTXVN) 

ໃນວັນທີ 7 ສິງຫາ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ອຽກລັງເໜືອ, ທ່ານ Michael Gove ຫົວໜ້າຫ້ອງການຄະນະລັດຖະບານອັງກິດ,ເຈົ້າໜ້າທີ່ແຖວໜ້າຂອງລັດຖະບານອັງກິດ ທີ່ຕິດຕາມກວດກາບັນດາການເຈລະຈາ ກ່ຽວກັບເລື່ອງອັງກິດຖອນຕົວອອກຈາກ EU (Brexit) ເນັ້ນໜັກວ່າ ຕົວຈິງໄດ້ສະແດງໃຫ້ເຫັນວ່າ ສອງຝ່າຍພວມບັນລຸໄດ້ຄວາມຄືບໜ້າທີ່ດີໃນການເຈລະຈາ. ສະນັ້ນ, ທ່ານມີເຫດຜົນເພື່ອເຊື່ອໝັ້ນວ່າ ການເຈລະຈາຈະປະສົບຜົນສຳເລັດ.

ເຈົ້າໜ້າທີ່ອັງກິດຢັ້ງຢືນວ່າ ການພົວພັນເຊິ່ງ ລອນດອນຮັກສາໄດ້ ກັບ Brusselsນັ້ນແທ່ນ ໄດ້ສ້າງ ຂຶ້ນບົນພື້ນຖານເຈດຕະນາດີ, ແທ້ຈິງ ແລະ ເລິກເຊິ່ງ. ທ່ານກໍ່ໄດ້ເນັ້ນໜັກເຖິງແງ່ຫວັງທີ່ຈະບັນລຸໄດ້ຂໍ້ຕົກລົງ (ກັບ EU) ເຖິງວ່າ ໃນພາຍພາກໜ້າຍັງມີຫຼາຍວຽກງານຕ້ອງປະຕິບັດ.

ຕາມແຜນການ, ບັນດາເຈົ້າໜ້າທີ່ອັງກິດ ແລະ EU ຈະແກ່ຍາວບັນດາການເຈລະຈາດ້ານການຄ້າໄປຈົນຮອດວັນທີ 2 ຕຸລາ, ກ່ອນທີ່ຈະດຳເນີນກອງປະຊຸມສຸດຍອດ EU ບ່ອນທີ່ບັນດາການນຳເອີລົບຫວັງວ່າອາດຈະໃຫ້ສັດຕະຍາບັນຂໍ້ຕົກລົງກັບອັງກິດ.

ຕອບກັບ