ອັງ​ກິດ, ອີ​ຢູ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຄືນ​ໃໝ່ ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ

Chia sẻ
(VOVWORLD) -ວັນທີ 22 ຕຸລາ, ອັງກິດ ແລະ ອີຢູ ເລີ່ມກ້າວເຂົ້າສູ່ໄລຍະ “ເພີ່ມຄວາມໄວ” ເຈລະຈາຂໍ້ຕົກລົງດ້ານການຄ້າ ຫຼັງ Brexit ພາຍຫຼັງ ລອນດອນ ຕົກລົງກັບຄືນສູ່ການເຈລະຈາ.
ອັງ​ກິດ, ອີ​ຢູ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຄືນ​ໃໝ່ ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ - ảnh 1ທ່ານ Michel Barnier ຫົວໜ້າຄະນະເຈລະຈາ ອີຢູ (ພາບ: AFP) 

ບາດກ້າວກະໂດດຂັ້ນນີ້ ຖືກດຳເນີນພາຍຫຼັງ ທ່ານ Michel Barnier ຫົວໜ້າຄະນະເຈລະຈາ ອີຢູ ໄດ້ໂອ້ລົມຜ່ານທາງໂທລະສັບກັບຄູ່ຕຳແໜ່ງ ຂອງຝ່າຍ ອັງກິດ ທ່ານ David Frost ແລະ ສອງຝ່າຍເຫັນດີເປັນເອກະພາບເຊື່ອມຕໍ່ບັນດາການເຈລະຈາໂດຍກົງ.

            ທ່ານ Michel Barnier ແລະ ທ່ານ David Frost ເຫັນດີຕໍ່ແຜນການ ເຊິ່ງລວມມີ 10 ຂໍ້ ສຳລັບວິວັດການເຈລະຈາຢູ່ໄລຍະສຸດທ້າຍ, ເຊິ່ງຈະດຳເນີນກອງປະຊຸມນັບທັງຊຸດມວັນທ້າຍອາທິດ ແລະ ສ້າງຕັ້ງ ອະນຸກຳມະການເລຂາຮ່ວມ ເພື່ອຮັບປະກັນວ່າຈະບັນລຸໄດ້ເນື້ອໃນທີ່ຈຸດສຸມ

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 21 ຕຸລາ, ວົງການເຈົ້າໜ້າທີ່ ສະຫະພາບເອີຣົບ (ອີຢູ) ໃຫ້ຮູ້ວ່າ ອັງກິດ ໄດ້ປະກາດຢ່າງເປັນທາງການກ່ຽວກັບເຈດຈຳນົງບໍ່ເຂົ້າຮ່ວມບັນດາພາລະກຳການທະຫານຂອງກຸ່ມ ໃນທ້າຍປີນີ້.

ກວາງຢຸງ, ນັກຂ່າວ VOV ປະຈຳ ຝລັ່ງ


 

ຕອບກັບ