ອັງ​ກິດ ​ຖະ​ແຫຼງ​ບໍ່ຍົກ​ອອກ​ບັນ​ດາ​ວິ​ທີ​ການແກ​້​ໄຂ ຕາມ “ເວ​ລາ​ກຳ​ນົດສຸດ​ທ້າຍ​ແບບ​​ບັງ​ຄັບ”

Chia sẻ
(VOVWORLD) -  ວັນທີ 19 ກັນຍາ, ລັດຖະບານອັງກິດ ໄດ້ຖະແຫຼງວ່າ ລອນດອນ ຈະຍົກອອກບັນດາວິທີການແກ້ໄຂກ່ຽວກັບບັນຫາ ປະເທດນີ້ຖອນຕົວອອກຈາກ EU ຫຼືຍັງໄດ້ເອີ້ນວ່າ Brexit, ແຕ່ບໍ່ປະຕິບັດຕາມເວລາກຳນົດສຸດທ້າຍແບບບັງຄັບ”. 

ອັງ​ກິດ ​ຖະ​ແຫຼງ​ບໍ່ຍົກ​ອອກ​ບັນ​ດາ​ວິ​ທີ​ການແກ​້​ໄຂ ຕາມ “ເວ​ລາ​ກຳ​ນົດສຸດ​ທ້າຍ​ແບບ​​ບັງ​ຄັບ” - ảnh 1ທ່ານນາຍົກລັດຖະມົນຕິອັງກິດ Boris Johnson ແລະທ່ານປະທານຄະນະກຳມະການເອີລົບJean-Claude Juncker 

(ພາບ: TTXVN) 

ຄຳຖະແຫຼງດັ່ງກ່າວໂດຍລັດຖະບານອັງກິດ ໄດ້ຍົກອອກມາ 2 - 3 ຊົ່ວໂມງ ພາຍຫຼັງທ່ານ Antti Rinne ນາຍົກລັດຖະມົນຕີ ແຟງລັງ ຖືວ່າ ລອນດອນ ຕ້ອງສະໜອງບັນດາຂໍ້ສະເໜີຢ່າງລະອຽດດ້ວຍສຳເນົາເອກະສານໃນເດືອນນີ້.

        ກ່ຽວຂ້ອງເຖິງບັນຫານີ້, ໃນວັນທີ 19 ກັນຍາ ຄະນະກຳມະການເອີລົບ (EC) ຢັ້ງຢືນວ່າ ບໍ່ມີ ເວລາກຳນົດສຸດທ້າຍຢ່າງລະອຽດ ກ່ຽວກັບຈຸດເວລາອັງກິດຕ້ອງຍົກອອກຂໍ້ສະເໜີຢ່າງເປັນທາງການເພື່ອແນໃສ່ແກ້ໄຂສະພາບຈົນຕາແຈໃນວິວັດການ Brexit. ເຖິງຢ່າງໃດກໍ່ຕາມ, EC ຍັງເນັ້ນໜັກວ່າ ເວລາກຳນົດສຸດທ້າຍດັ່ງກ່າວຄວນໄດ້ປະກາດຕໍ່ກອງປະຊຸມສຸດຍອດ “ສຳຄັນ” ຂອງ EC ເຊິ່ງຈະດຳເນີນໃນລະຫວ່າງວັນທີ 17 – 18 ຕຸລາ ຈະມາເຖິງ.

ຕອບກັບ