ອັງກິດ ຈັດກອງປະຊຸມ ລັດຖະມົນຕີການຕ່າງປະເທດ G7.

Chia sẻ
(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ ໂດມັນນິກລາບ ໄດ້ແຈ້ງໃຫ້ຊາບວ່າ ປະເທດນີ້ຈະດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອງບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ ຫຼື G7 ຕາມຮູບການທາງອອນລາຍຢູ່ ລອນດອນ ແຕ່ວັນທີ 3 ຫາ ວັນທີ 5 ພຶດສະພາ
    ອັງກິດ ຈັດກອງປະຊຸມ ລັດຖະມົນຕີການຕ່າງປະເທດ  G7.  - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Dominic Raab

     ກ່າວຄຳເຫັນທີ່ສະພາແຫ່ງຊາດ ອັງກິດ ເມື່ອວັນທີ 20 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ ໂດມັນນິກລາບ ໄດ້ແຈ້ງໃຫ້ຊາບວ່າ ປະເທດນີ້ຈະດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອງບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ ຫຼື G7 ຕາມຮູບການທາງອອນລາຍຢູ່ ລອນດອນ ແຕ່ວັນທີ 3 ຫາ ວັນທີ 5 ພຶດສະພາ. ນີ້ຈະແມ່ນ ກອງປະຊຸມຄັ້ງທຳອິດຂອງບັນດາລັດຖະມົນຕີການຕ່າງປະເທດ G7 ໃນກວ່າສອງປີທີ່ຜ່ານມາ ໃນສະພາບການໂລກລະບາດ ໂຄວິດ - 19 ພວມຄຸກຄາມ. ກອງປະຊຸມໄດ້ຮັບຖືວ່າ ແມ່ນໂອກາດທີ່ສຳຄັນ ເພື່ອໃຫ້ບັນດາລັດຖະມົນຕີການຕ່າງປະເທດ G7 ໄດ້ພົບປະແລກປ່ຽນ ແນໃສ່ສ້າງວິທີການສຳຜັດລວມ ກ່ຽວກັບການແຈກຢາຍວັກຊີນໂດຍຍຸຕິທຳ ເປັນເອກະພາບກ່ຽວກັບ ບັນດາຄວາມໝາຍສຶກສາເດັກສາວໃນທົ່ວໂລກ,  ບັນດາເປົ້າໝາຍທີ່ສຳຄັນກ່ຽວກັບການເງິນ ດິນຟ້າອາກາດ ແລະ ບັນດາມາດຕະການໃໝ່ ເພື່ອສະກັດກັ້ນໄພອຶດຫິວ ແລະ ຂາດຫຼັກອະນາໄມດ້ານສະບຽງອາຫານ.

ຕອບກັບ