ຫາຍ​ຝ່ອງ ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ນະ​ຄອນ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 5 ສິງຫາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງແບບທາງໄກ ພາຍຫຼັງກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຊຸດທີ XV, ໄດ້ດຳເນີນຈາກສຳນັກງານສະພາແຫ່ງຊາດ.
ຫາຍ​ຝ່ອງ ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ນະ​ຄອນ - ảnh 1 ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການພົບປະ 

 
ໂດຍຮັບຄຳເຫັນຂອງຜູ້ມີສິດເລືອກຕັ້ງ ແລະ ແລກປ່ຽນໂດຍກົງ, ຕອບບາງບັນຫາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ອຳນາດການປົກຄອງນະຄອນ ສ້າງບັນດາແຜນຮ່າງກ່ຽວກັບກົນໄກນະໂຍບາຍພິເສດ ໃຫ້ແກ່ນະຄອນໂດຍໄວ, ສ້າງອຳນາດການປົກຄອງຕົວເມືອງ, ກົນໄກພິເສດທາງດ້ານການເງິນ ງົບປະມານ, ວາງແຜນກຳນົດ, ຄຸ້ມຄອງທີ່ດິນ… ສະເໜີກ່ຽວກັບອັດຕາດັດສົມງົບປະມານ, ຍູ້ແຮງການປ່ອຍເງິນລົງທຶນສາທາລະນະ, ພິຈາລະນາບັນດາກົນໄກລະດົມເພີ່ມລາຍຮັບໃຫ້ແກ່ງົບປະມານ, ເພີ່ມທະວີລາຍຈ່າຍໃຫ້ແກ່ການລົງທຶນພັດທະນາ, ບູລະນະບັນດາການວາງແຜນກຳນົດຂອງນະຄອນ… ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ, ຄະນະຜູ້ແທນ ສະພາແຫ່ງຊາດນະຄອນ ຈະຕິດຕາມບັນດາການເຄື່ອນໄຫວ, ເສີມຂະຫຍາຍບົດບາດຕິດຕາມເພື່ອຊຸກຍູ້ການຜັນຂະຫຍາຍປະຕິບັດ, ປະກອບສ່ວນເຂົ້າໃນການພັດທະນາຂອງນະຄອນ.

ຕອບກັບ