ຫົວໜ້າຄະນະຈັດຕັ້ງສູນກາງພັກຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ

Chia sẻ
(VOVWORLD) -  ຕອນບ່າຍວັນທີ 29 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານຟ້າມມິງຈິ໊ງ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ໃຫ້ການຕ້ອນຮັບທ່ານ Yamada Takio ເອກອັກຄະລັດຖະທູດ ຍີ່ປຸ່ນ ເນື່ອງໃນໂອກາດທ່ານມາປະຕິບັດງານທາງການທູດຢູ່ ຫວຽດນາມ.
ຫົວໜ້າຄະນະຈັດຕັ້ງສູນກາງພັກຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ - ảnh 1 ທີ່ການຕ້ອນຮັບ (ພາບ: TTXVN)

        ທີ່ການຕ້ອນຮັບ, ທ່ານຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ສົມທົບກັນ ຍີ່ປຸ່ນ ຢ່າງແໜ້ນແຟ້ນ, ແບ່ງປັນບົດຮຽນ ແລະ ໜູນຊ່ວຍເຊິ່ງກັນແລະກັນໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19. ທ່ານກໍ່ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ພະຍາຍາມປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຍີ່ປຸ່ນ ເຂົ້າມາລົງທຶນຢູ່ ຫວຽດນາມ ຫລາຍກ່ວາອີກ.

        ສ່ວນທ່ານເອກອັກຄະລັດຖະທູດ Yamada Takio ໄດ້ຕີລາຄາສູງຜົນງານທຸກດ້ານ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ໃນນັ້ນ ມີຜົນສຳເລັດໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19; ທ່ານ Yamada Takio ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຍີ່ປຸ່ນ ຖື ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ມີຄວາມສະດວກທີ່ສຸດໃນພາກພື້ນໃຫ້ແກ່ບັນດານັກລົງທຶນ ຍີ່ປຸ່ນ.

ຕອບກັບ